ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບຜູ້ວ່າການແຂວງ Nagasaki, ຍີ່ປຸ່ນ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບຜູ້ວ່າການແຂວງ Nagasaki, ຍີ່ປຸ່ນ - ảnh 1
​ທ່ານ Nakamura Norimichi ແລະ ທ່ານ ຫງວຽນ​ຊວນ​ຟຸກ

(vovworld) - ວັນ​ທີ 20/4, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ຕ້ອນ​ຮັບ​ທ່ານ Nakamura Norimichi, ຜູ້​ວ່າ​ການ​ແຂວງ Nagasaki, ປະ​ເທດ ຍີ່​ປຸ່ນ, ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ວິ​ສາ​ຫະ​ກິດຂອງ​ແຂວງນີ້​​ພວມ​ຢ້ຽມ​ຢາມຫວຽດ​ນາມ. ທີ່​ການ​ຕ້ອນ​ຮັບ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ສະ​ເໜີ​ໃຫ້​ແຂວງ Nagasaki ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ແຂວງກວາງ​ນາມ ແລະ ທ​້ອງ​ຖິ່ນ​ອື່ນໆ​ຂອງ ຫວຽດ​ນາມ, ພິ​ເສດ​ໃນ​ບັນ​ດາ​ຂົງ​ເຂດ​ເຊິ່ງ ຍີ່​ປຸ່ນ ມີ​ທ່າ​ແຮງ​ຄື: ການ​ຜະ​ລິດ​ລົດ​ໂອ​ໂຕ, ຕໍ່​ກ່ຳປັ່ນ… ສ່ວນ​ທ່ານ Nakamura Norimichi, ຜູ້​ວ່າ​ການ​ແຂວງ Nagasaki ໃຫ້​ຮູ້​ວ່າ: ນັບ​ແຕ່​ປີ 2015, ແຂວງ Nagasaki ໄດ້​ຈັດ​ຕັ້ງ​ຄະ​ນະ​ຜູ້​ແທນ​ເຊິ່ງ​ລວມ​ມີ​ວິ​ສາ​ຫະ​ກິດ 100 ແຫ່ງ​ຂອງ​ແຂວງ​ໄປ​ຍັງ ຫວຽດ​ນາມ. ຈາກນັ້ນ ມາ​ຮອດ​ປະ​ຈຸ​ບັນ, ມີຫຼາຍ​ຄະ​ນະ​ວິ​ສາ​ຫະ​ກິດ​ຂອງ​ແຂວງ​ມາ ຫວຽດ​ນາມ ເຂົ້າ​ຮ່ວມ​ບັນ​ດາ​ເຫດ​ການ​ວັດ​ທະ​ນະ​ທ​ຳ… ແຂວງ ມີ​ການ​ພົວ​ພັນ​ແໜ້ນ​ແຟ້ນ​ກັບ​ແຂວງ ກວາງ​ນາມ ແລະ ຄາດ​ວ່າ​ຈະ​ເຊີນ​ຄະ​ນະ​ການ​ນຳ​ແຂວງ ກວາງ​ນາມ ໄປ​ຢ້ຽມ​ຢາມ Nagasaki ໃນ​ປີ 2017.


ຕອບກັບ

ຂ່າວ/ບົດ​ອື່ນ