ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມ, ລະດົມກຳລັງໃຈພໍ່ແມ່ປະຊາຊົນຜະລິດກະສິກຳຢູ່ແຂວງນາມດິ້ງ

(VOVWORLD) - ດ້ວຍມູນເຊື້ອ, ທ່າແຮງຂອງແຂວງ ນາມດິ້ງ ກ່ຽວກັບການຜະລິດກະສິກຳ, ສູ້ຊົນຮອດປີ 2019 ບັນລຸ 100% ຈຳນວນເມືອງແມ່ນເມືອງ ຊົນນະບົດໃໝ່ດ້ວຍຄຸນນະພາບທີ່ດີ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມ, ລະດົມກຳລັງໃຈພໍ່ແມ່ປະຊາຊົນຜະລິດກະສິກຳຢູ່ແຂວງນາມດິ້ງ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບການນຳເມືອງ ຫາຍເຮົ້າ

ຕອນເຊົ້າວັນທີ 21 ກຸມພາ, ກົງກັບວັນທີ 6 ຂອງບຸນເຕັດປີຈໍ 2018, ຊຶ່ງແມ່ນວັນເຮັດວຽກທຳອິດພາຍຫຼັງຊຸມວັນພັກການເພື່ອຕ້ອນຮັບບຸນເຕັດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ລົງຢ້ຽມຢາມ ຮູບແບບການຜະລິດ, ລະດົມກຳລັງໃຈພໍ່ແມ່ປະຊາຊົນຊາວກະສິກອນ ແລະ ລະດົມຂະບວນການວັນບຸນປູກຕົ້ນໄມ້ຢູ່ເມືອງຫາຍເຮົ້າ, ແຂວງ ນາມດິ້ງ, ເຊິ່ງເປັນໜຶ່ງໃນ 4 ເມືອງໄດ້ຮັບການເລືອກເຟັ້ນເພື່ອສ້າງຮູບແບບຊົນນະບົດ ໃໝ່ຂອງທົ່ວປະເທດຈາກສູນກາງ. ເມື່ອໂອ້ລົມກັບພະນັກງານການນຳແຂວງ ນາມດິ້ງ ແລະ ເມືອງ ຫາຍເຮົ້າ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຫວັງວ່າ: ດ້ວຍມູນເຊື້ອ, ທ່າແຮງຂອງແຂວງ ນາມດິ້ງ ກ່ຽວກັບການຜະລິດກະສິກຳ, ສູ້ຊົນຮອດປີ 2019 ບັນລຸ 100% ຈຳນວນເມືອງແມ່ນເມືອງ ຊົນນະບົດໃໝ່ດ້ວຍຄຸນນະພາບທີ່ດີ; ພ້ອມທັງປຸກລະດົມຂະບວນການສ້າງສາ ຫາຍເຮົ້າ ກາຍເປັນເມືອງຊົນນະບົດແບບຢ່າງຂອງ ຫວຽດນາມ.ໂດຍຮັບຮູ້ບັນດາຜົນງານຂອງແຂວງ ນາມດິ້ງ, ເມືອງ ຫາຍເຮົ້າ ໃນຂະແໜງກະສິກຳ, ຊາວກະສິກອນ ແລະ ຊົນນະບົດ, ທ່ານນາຍົກລັດຖະມົນຕີ ສະເໜີ, ອຳນາດການປົກຄອງທຸກຂັ້ນ ຄວນຍົກສູງຄວາມຮັບຜິດຊອບ ໃນການກໍ່ສ້າງຊົນນະບົດໃໝ່ “ຖືນີ້ແມ່ນໜ້າທີ່ການເມືອງຈຸດສຸມ” ໃນການຊີ້ນຳ, ນຳພາ, ບໍລິຫານ ແລະ ຄວນປະຕິບັດເປັນປະຈຳ, ຕໍ່ເນື່ອງເພື່ອເປົ້າໝາຍຍົກສູງຊີວິດການເປັນຢູ່ຂອງປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ