​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟ​ຸກ: ວິ​ສາ​ຫະ​ກິດ​ຕ່ຳແຜ່ນ​ຕັດຫຍິບ​ຍາດ​ແຍ່ງ​ກາ​ລະ​ໂອ​ກາດ​ຈາກ​ບັນ​ດາ​ສັນ​ຍາ FTA

(VOVWORLD) - ຕອນບ່າຍວັນທີ 23 ພະຈິກ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເປັນປະທານການເຮັດວຽກກັບຂະແໜງຕ່ຳແຜ່ນຕັດຫຍິບ, ເກີບໜັງ ຫວຽດນາມເພື່ອແກ້ໄຂບາງຂໍ້ສະເໜີແນະ ແນໃສ່ສ້າງເງື່ອນໄຂໃຫ້ແກ່ຂະແໜງພັດທະນາ.
​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟ​ຸກ: ວິ​ສາ​ຫະ​ກິດ​ຕ່ຳແຜ່ນ​ຕັດຫຍິບ​ຍາດ​ແຍ່ງ​ກາ​ລະ​ໂອ​ກາດ​ຈາກ​ບັນ​ດາ​ສັນ​ຍາ FTA - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເປັນປະທານການເຮັດວຽກ 

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ແຈ້ງວ່າ ຂະແໜງຕ່ຳແຜ່ນ ຕັດຫຍິບ ຕ້ອງເອົາໃຈໃສ່ຫຼາຍກ່ວາອີກເຖິງຕະຫຼາດພາຍໃນປະເທດ, ຍູ້ແຮງການສ້າງເຄື່ອງໝາຍການຄ້າ ຫວຽດນາມ, ຮ່ວມສຳພັນລະບົບສະໜອງ, ພັດທະນາອຸດສາຫະກຳໜູນຊ່ວຍ. ປ່ຽນແປງໃໝ່, ຍົກສູງປະສິດທິຜົນຂອງການບໍລິຫານວິສາຫະກິດໃນສະພາບການໃໝ່ ແລະ ທິດນຳທີ່ວ່າ: ໄວ ແລະ ຂ້້ຽວຂາດເພື່ອຢຶດຄອງ ແລະ ພັດທະນາ. ພ້ອມທັງ, ເພີ່ມທະວີການຫັນເປັນດີຈີຕອນໃນການຄຸ້ມຄອງ, ເຄື່ອນໄຫວວິສາຫະກິດຕ່ຳແຜ່ນຕັດຫຍິບ, ນຳວິສາຫະກິດຕ່ຳແຜ່ນຕັດຫຍິບສຳຜັດກັບການເຄື່ອນໄຫວລວມຂອງ ຂະແໜງ ແຟຊັ່ນ ໂລກ.

ດ້ວຍບັນດາສັນຍາການຄ້າເສລີທີ່ໄດ້ເຂົ້າຮ່ວມ, ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ຂະແໜງສືບຕໍ່ຍາດແຍ່ງຢ່າງມີປະສິດທິຜົນ, ນັບທັງບັນດາປັດໄຈໃໝ່ເຊິ່ງສັນຍາຄູ່ຮ່ວມມືຮອບດ້ານໃນພາກພື້ນ (RCEP) ນຳມາໃຫ້, ເປັນຕົ້ນແມ່ນການພັດທະນາ, ເປີດກ້ວາງໃນຂະແໜງການຜະລິດວັດສະດຸ, ເພີ່ມອັດຕາມູນຄ່າເພີ່ມ. ພ້ອມກັນນັ້ນແມ່ນ ເອົາໃຈໃສ່ເປັນພິເສດເຖິງການ “ເຕີບໂຕຂຽວ” ໃນການພັດທະນາຂະແໜງຕ່ຳແຜ່ນຕັດຫຍິບ, ບໍ່ສົ່ງຜົນສະທ້ອນທາງລົບຕໍ່ສິ່ງແວດລ້ອມ, ສືບຕໍ່ຍົກສູງລະດັບການຫັນເປັນອັດຕະໂນມັດ, ຍົກສູງມູນຄ່າການຜະລິດຂອງຜູ້ອອກແຮງເພື່ອເພີ່ມລາຍຮັບ.

ຕອບກັບ

ຂ່າວ/ບົດ​ອື່ນ