ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນໄຊຊະນະດົ່ງລົກ

(VOVWORLD) - ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ: ໄຊຊະນະດົ່ງລົກ ແມ່ນໄຊຊະນະຂອງນ້ຳໃຈຮັກຊາດ, ເຈດຈຳນົງບໍ່ຍອມຈຳນົນຂອງ ຊາດ ຫວຽດນາມ
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນໄຊຊະນະດົ່ງລົກ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ພິທີ

ຕອນຄ່ຳວັນທີ 21 ກໍລະກົດ, ຢູ່ເຂດປູຊະນີຍະສະຖານປະຫວັດສາດທາງ 3 ແຍກດົ່ງລົກ, ເມືອງ ການລົກ, ແຂວງ ຮ່າຕິ້ງ ໄດ້ສົມທົບກັບສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ຈັດຕັ້ງພິທີສະເຫຼີມສະຫຼອງ 50 ປີແຫ່ງວັນໄຊຊະນະ ດົ່ງລົກ 1968 – 2018 ແລະ ລາຍການສະແດງສິລະປະດ້ວຍຫົວຂໍ້ວ່າ “ດົ່ງລົກ: ບົດເພງໄຊອະມະຕະ”. ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ: ໄຊຊະນະດົ່ງລົກ ແມ່ນໄຊຊະນະຂອງນ້ຳໃຈຮັກຊາດ, ເຈດຈຳນົງບໍ່ຍອມຈຳນົນຂອງ ຊາດ ຫວຽດນາມ, ແມ່ນໄຊຊະນະຂອງຄັນທຸງການປະຕິວັດເອກະລາດຕິດພັນກັບລັດທິສັງຄົມນິຍົມ, ຂອງແນວທາງຕໍ່ສູ້ເປັນໄລຍະຍາວນານຂອງທົ່ວປວງຊົນ, ຮອບດ້ານ, ເສີມຂະຫຍາຍກຳລັງແຮງສາມັກຄີທົ່ວປວງຊົນທັງຊາດ, ສົມທົບກັບກຳລັງແຮງຂອງຍຸກສະໄໝຂອງພັກກອມມູນິດ ຫວຽດນາມ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະເໜີໃຫ້ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ, ບັນດາອົງການ, ອົງການຈັດຕັ້ງ, ວິສາຫະກິດ ແລະ ປະຊາຊົນໃນທົ່ວປະເທດຮ່ວມແຮງຮ່ວມໃຈເບິ່ງແຍງດູແລຊີວິດທາງດ້ານວັດຖຸ, ຈິດໃຈໃຫ້ແກ່ບັນດາຄອບຄົບນັກຮົບເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ນັກຮົບເກົ່າ, ອະດີດຊາວໜຸ່ມຕະລຸມບ່ອນ ແລະ ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ. ກຳນົດເລື່ອງປະຕິບັດວຽກງານກ່ຽວກັບ ນັກຮົບເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ນະໂຍບາຍບຸລິມະສິດ, ເບິ່ງແຍງດູແລຜູ້ມີຄຸນງາມຄວາມດີແມ່ນໜ້າທີ່, ຄວາມຮັບຜິດຊອບຕ້ອງປະຕິບັດເປັນປະຈຳຍາວນານຂອງທົ່ວລະບົບການເມືອງ, ຂອງທົ່ວສັງຄົມ:

        “ປະເທດຊາດໄດ້ຜ່ານຜ່າສົງຄາມຕ້ານສັດຕູຜູ້ຮຸກຮານເປັນຫຼາຍຄັ້ງ, ປະຊາຊົນນັບລ້ານຄົນໄດ້ເສຍສະຫຼະຊີວິດເພື່ອປົກປັກຮັກສາປະເທດຊາດ. ບັນດາການເສຍສະຫຼະ, ຄວາມເສຍຫາຍອັນໃຫຍ່ຫຼວງນັ້ນບໍ່ສາມາດທົດແທນໄດ້, ພວກເຮົາຍິ່ງເຫັນໄດ້ຄຸນຄ່າຂອງເອກະລາດ, ເສລີພາບ, ຂອງສັນຕິພາບ, ເອກະພາບ. ຮູ້ບຸນຄຸນບັນດານັກວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ບັນດາທະຫານເຈັບປ່ວຍ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດຕະຫຼອດໄປ… ພວກເຮົາໝັ້ນໝາຍວ່າຈະສາມັກຄີກັນເປັນຈິດໜຶ່ງໃຈດຽວ, ຕັດສິນໃຈສ້າງສາປະເທດ ຫວຽດນາມ ໃຫ້ນັບມື້ນັບໃຫຍ່ໂຕໂອຖົງ ແລະ ສວຍງາມກ່ວາອີກ.”

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ