ນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 990 ປີແຫ່ງວັນສ້າງຕັ້ງແຂວງແທັງຮ໊ວາ

(VOVWORLD) - ແທັງຮ໊ວາ ຄວນຍົກສູງກຳລັງຄວາມສາມາດບົ່ມຊ້ອນ ແລະ ກຳລັງແກ່ງແຍ້ງຢ່າງບໍ່ຢຸດຢັ້ງ, ພັດທະນາໄວກ່ວາ, ໝັ້ນຄົງກ່ວາ ເພື່ອກາຍເປັນແຂວງຮັ່ງມີເຂັ້ມແຂງ, ສີວິໄລ.

ຕອນຄ່ຳວັນທີ 08 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍບັນດາການນຳ, ອະດີດການນຳພັກ, ລັດ, ການນຳບັນດາກະຊວງ, ຂະແໜງການຂັ້ນສູນກາງ; ການນຳແຂວງ ຫົວພັນ (ລາວ) ແລະ ປະຊາຊົນແຂວງ ແທັງຮ໊ວາ ເປັນຈຳນວນຫຼວງຫລາຍໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 990 ປີແຫ່ງວັນສ້າງຕັ້ງແຂວງ ແທັງຮ໊ວາ (1029 - 2019) ຈັດຂຶ້ນຢູ່ສະໜາມຫລວງ ລາມເຊີນ, ແຂວງ ແທງຮ໊ວາ.

ນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 990 ປີແຫ່ງວັນສ້າງຕັ້ງແຂວງແທັງຮ໊ວາ  - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ (ພາບ: TTXVN)

        ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຮັບຮູ້ບັນດາບາດກ້າວກະໂດດຂັ້ນ, ຮອບດ້ານຂອງແຂວງ ແທງຮ໊ວາ ໃນຊຸມປີມໍ່ໆມານີ້ ແລະ ການບືນຕົວຂຶ້ນກາຍເປັນສູນເສດຖະກິດ, ວັດທະນະທຳ - ສັງຄົມ ທີ່ໃຫຍ່ໂຕເຂັ້ມແຂງຂອງເຂດທິດເໜືອພາກກາງເວົ້າສະເພາະ ແລະ ທົ່ວປະເທດຂອງແຂວງເວົ້າລວມ, ພ້ອມທັງຊີ້ແຈ້ງວ່າ: ແທັງຮ໊ວາ ຄວນຍົກສູງກຳລັງຄວາມສາມາດບົ່ມຊ້ອນ ແລະ ກຳລັງແກ່ງແຍ້ງຢ່າງບໍ່ຢຸດຢັ້ງ, ພັດທະນາໄວກ່ວາ, ໝັ້ນຄົງກ່ວາ ເພື່ອກາຍເປັນແຂວງຮັ່ງມີເຂັ້ມແຂງ, ສີວິໄລ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວວ່າ:

        ແຂວງຄວນສຸມໃສ່ເຂົ້າໃນ 5 ເສົາຄ້ຳການເຕີບໂຕເພື່ອມີຍຸດທະສາດຊຸກຍູ້ການພັດທະນາ ແລະ ເພີ່ມທະວີດຶງດູດການລົງທຶນ ເຊິ່ງລວມມີ: ອຸດສາຫະກຳການປຸງແຕ່ງ, ປະດິດສ້າງ; ການທ່ອງທ່ຽວ; ກະສິກຳ; ສາທາລະນະສຸກ; ຫັນເປັນຕົວເມືອງ ແລະ ພື້ນຖານໂຄງລ່າງ ດ້ວຍຈຸດສຸມແມ່ນເຂດເສດຖະກິດ ງີເຊີນ. ສືບຕໍ່ສຸມໃສ່ຍູ້ໄວຄວາມຄືບໜ້າຂອງບັນດາໂຄງການກໍ່ສ້າງພື້ນຖານໂຄງລ່າງຂະໜາດໃຫຍ່, ມີຜົນກະທົບເຖິງການພັດທະນາເສດຖະກິດ - ສັງຄົມ ທີ່ພວມຜັນຂະຫຍາຍການລົງທຶນກໍ່ສ້າງໃນບໍລິເວນ ແນໃສ່ເພີ່ມທະວີດຶງດູດແຫຼ່ງກຳລັງລົງທຶນພື້ນຖານໂຄງລ່າງສຳຄັນ.

 

ຕອບກັບ

ຂ່າວ/ບົດ​ອື່ນ