ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຈລະຈາກັບທ່ານ​ນາງ Daw Aung San Suu Kyi ທີ່ປຶກສາແຫ່ງລັດ ມຽນມາ

(VOVWORLD) - ເມື່ອແລກປ່ຽນບັນດາບັນຫາສາກົນ ແລະ ພາກພື້ນຊື່ງສອງຝ່າຍຕ່າງມີຄວາມສົນໃຈ, ສອງຝ່າຍເຫັນດີເພີ່ມທະວີການຮ່ວມມືຢູ່ບັນດາເວທີປາໄສພາກພື້ນ

ຕອນບ່າຍວັນທີ 19 ເມສາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານພິທີຕ້ອນຮັບທ່ານນາງ Daw Aung San Suu Kyi, ທີ່ປຶກສາແຫ່ງລັດ ສ. ສະຫະພາບ ມຽນມາ ພວມມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 19 – 20 ເມສາ. ພາຍຫຼັງພິທີຕ້ອນຮັບ, 2 ຝ່າຍດຳເນີນການເຈລະຈາ.

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຈລະຈາກັບທ່ານ​ນາງ Daw Aung San Suu Kyi ທີ່ປຶກສາແຫ່ງລັດ ມຽນມາ  - ảnh 1 ການເຈລະຈາລະຫວ່າງ 2 ຝ່າຍ

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ແລະ ທີ່ປຶກສາແຫ່ງລັດ ມຽນມາ ໄດ້ສະແດງຄວາມເພິ່ງພໍໃຈກ່ຽວກັບການພັດທະນາຂອງການພົວພັນ ຫວຽດນາມ - ມຽນມາ ໃນຕະຫຼອດ 40 ກ່ວາປີຜ່ານມາ. 2 ຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືດ້ານການເມືອງ, ການທູດຜ່ານການຍູ້ແຮງບັນດາການຢ້ຽມຢາມ ແລະ ການພົບປະຂັ້ນສູງ ແລະ ທຸກຂັ້ນໃນທຸກຂົງເຂດຄື: ທາງຝ່າຍພັກ, ລັດຖະບານ, ສະພາແຫ່ງຊາດ ແລະ ພົວພັນແລກປ່ຽນປະຊາຊົນ, ຊຸກຍູ້ຈັດຕັ້ງກອງປະຊຸມຄັ້ງທີ 9 ຄະນະກຳມະການປະສົມ ຫວຽດນາມ - ມຽນມາ; ພ້ອມທັງຮັບຮອງເອົາໂຄງການເຄື່ອນໄຫວຜັນຂະຫຍາຍການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ມຽນມາ ໄລຍະ 2018 – 2020. ການນຳ 2 ປະເທດກໍ່ໃຫ້ຄຳໝັ້ນສັນຍາເຮັດໃຫ້ການພົວພັນດ້ານການຄ້າ - ການລົງທຶນບົນພື້ນຖານຕ່າງຝ່າຍຕ່າງມີຄວາມສົນໃຈ ໃຫ້ເລິກເຊິ່ງກ່ວາອີກ; ຢັ້ງຢືນເພີ່ມທະວີການຮ່ວມມື ແລະ ສູ້ຊົນບັນລຸຄາດໝາຍວົງເງິນການຄ້າ 2 ຝ່າຍບັນລຸ 1 ຕື້ USD ແລະ ສູງກ່ວານັ້ນອີກ (ປີ 2017, ວົງເງິນການຄ້າ 2 ປະເທດບັນລຸກ່ວາ 800 ລ້ານ USD).

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຈລະຈາກັບທ່ານ​ນາງ Daw Aung San Suu Kyi ທີ່ປຶກສາແຫ່ງລັດ ມຽນມາ  - ảnh 2ທ່ານນາງ Aung San Suu Kyi ທີ່ປຶກສາແຫ່ງລັດ ມຽນມາ  

ການນຳສອງທ່ານ ມີຄວາມປາດຖະຫນາຢາກສືບຕໍ່ເພີ່ມທະວີການຮ່ວມມືໃນບັນດາຂົງເຂດຄື: ການເງິນ, ໂທລະຄົມມະນາຄົມ, ພະລັງງານ, ກະສິກຳ ປ່າໄມ້ ການປະມົງ, ການພົບປະແລກປ່ຽນປະຊາຊົນ, ຍູ້ແຮງການຮ່ວມມືໃນບັນດາຂົງເຂດຄົມມະນາຄົມຂົນສົ່ງ, ການທ່ອງທ່ຽວ, ຕຸລາການ, ການສຶກສາ, ວັດທະນະທຳ.

ເມື່ອແລກປ່ຽນບັນດາບັນຫາສາກົນ ແລະ ພາກພື້ນຊື່ງສອງຝ່າຍຕ່າງມີຄວາມສົນໃຈ, ສອງຝ່າຍເຫັນດີເພີ່ມທະວີການຮ່ວມມືຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ. ສອງຝ່າຍເນັ້ນຫນັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ, ຄວາມເສລີໃນການເດີນທະເລ, ການບິນ ຢູ່ ທະເລຕາເວັນອອກ, ຢືນຢັນສະຫນັບສະຫນູນແກ້ໄຂຄວາມຂັດແຍ້ງໂດຍສັນຕິວິທີ ບົນພື້ນຖານເຄົາລົບກົດໝາຍສາກົນ.

ພາຍຫລັງການເຈລະຈາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາງ Aung San Suu Kyi ທີ່ປຶກສາແຫ່ງລັດ ມຽນມາ ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມືສອງສະບັບ.

ຕອບກັບ

ຂ່າວ/ບົດ​ອື່ນ