ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ເຊີນ​ລາ

(VOVWORLD) - ເມື່ອເຕື້ອງເຖິງທ້ອງຖິ່ນພວມສືບຕໍ່ພັດທະນາ ແລະ ຊຸກຍູ້ກະສິກຳເຕັກໂນໂລຢີສູງ, ທ່ານນາຍົກລັດຖະມົນຕີ ກໍ່ສະເໜີໃຫ້ແຂວງເຊີນລາ ທະວີຄຸນຮູບແບບປູກຕົ້ນໄມ້ເປັນວັດຖຸດິບການຢາ, ສືບຕໍ່ຍູ້ແຮງໂຄງການກໍ່ສ້າງຊົນນະບົດໃໝ່

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ເຊີນ​ລາ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ກອງປະຊຸມສຳມະນາ

(ພາບ: ສຳນັກຂ່າວສານ ຫວຽດນາມ)

ຕອນບ່າຍວັນທີ 17 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບຄະນະປະຈຳພັກແຂວງໆ ເຊີນລາ ກ່ຽວກັບສະພາບການເສດຖະກິດ - ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະເໜີໃຫ້ແຂວງ ເຊີນລາ ສຸມໃສ່ຮັກສາຄວາມເປັນລະບຽບຮຽບຮ້ອຍ - ຄວາມໝັ້ນຄົງເຂດຊາຍແດນ, ເອົາໃຈໃສ່ພັດທະນາວິສາຫະກິດ. ເມື່ອເຕື້ອງເຖິງທ້ອງຖິ່ນພວມສືບຕໍ່ພັດທະນາ ແລະ ຊຸກຍູ້ກະສິກຳເຕັກໂນໂລຢີສູງ, ທ່ານນາຍົກລັດຖະມົນຕີ ກໍ່ສະເໜີໃຫ້ແຂວງເຊີນລາ ທະວີຄຸນຮູບແບບປູກຕົ້ນໄມ້ເປັນວັດຖຸດິບການຢາ, ສືບຕໍ່ຍູ້ແຮງໂຄງການກໍ່ສ້າງຊົນນະບົດໃໝ່. ໄປຄຽງຄູ່ກັນນັ້ນ, ແຂວງ ເຊີນລາ ກໍ່ເອົາໃຈໃສ່ຫຼາຍກ່ວາເຖິງການໜູນຊ່ວຍ, ຊຸກຍູ້ການພັດທະນາບັນດາຕາແສງຕັ້ງຖິ່ນຖານຄົງທີຈາກ ເຂື່ອນໄຟຟ້ານຳ້ຕົກ ເຊີນລາ, ເບິ່ງແຍງດູແລຫຼາຍກ່ວາເຖິງຊີວິດການເປັນຢູ່ຂອງປະຊາຊົນຢູ່ທີ່ນີ້. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕັກເຕືອນວ່າ ເຊີນລາ  ເພີ່ມທະວີການສົ່ງເສີມບັນດາໂຄງການພັດທະນາການທ່ອງທ່ຽວ ແລະ ຍາມໃດກໍ່ເອົາໃຈໃສ່ອະນຸລັກຮັກສາ ສີສັນວັດທະນະທຳບັນດາເຜົ່າ.

ຕອນເຊົ້າວັນທີ 17 ກໍລະກົດ, ຢູ່ເທດສະບານເມືອງ ໂມກເຈົາ, ໄດ້ຈັດຕັ້ງກອງປະຊຸມສົ່ງເສີມການລົງທຶນຢູ່ແຂວງ ເຊີນລາ ປີ 2017 ດ້ວຍການເຂົ້າຮ່ວມຂອງບັນດານັກລົງທຶນທັງຢູ່ພາຍໃນ ແລະ ຕ່າງປະເທດພ້ອມກັບວິສາຫະກິດນັບຮ້ອຍແຫ່ງ. ນີ້ແມ່ນກອງປະຊຸມສົ່ງເສີມການລົງທຶນໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນຢູ່ແຂວງເຊີນລາ ເພື່ອແນໃສ່ໂຄສະນາ, ເຜີຍແຜ່, ແນະນຳບັນດາຄວາມສາມາດບົ່ມຊ້ອນ, ທ່າແຮງ, ກົນໄກນະໂຍບາຍບຸລິມະສິດການລົງທຶນ, ບັນດາໂຄງການຈຸດສຸມຕ້ອງໄດ້ຮັບການດຶງດູດການລົງທຶນຢູ່ແຂວງ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຍ້ອງຍໍຊົມເຊີຍບັນດາຜົນງານແຫ່ງການພັດທະນາທີ່ເປັນໜ້າຊື່ນຊົມຂອງເມືອງ ເວີນໂຮ່, ເຊິ່ງແມ່ນເມືອງທຸກຍາກທີ່ສຸດຂອງແຂວງເຊີນລາ, ແຕ່ປີ 2017 ໄດ້ດຶງດູດ 2 ໂຄງການດ້ວຍຈຳນວນເງິນ 2.300 ຕື້ດົ່ງຈາກກຸ່ມບໍລິສັດ TH True Milk. ທ່ານນາຍົກລັດຖະມົນຕີ ໄດ້ຍ້ອງຍໍບັນດາໝູ່ຄະນະ, ສ່ວນບຸກຄົນໄດ້ກ້າຄິດກ້າລົງທຶນຢູ່ເຂດ ຫ່າງໄກສອກຫຼິກ, ນຳມາເຊິ່ງຜົນປະໂຫຍດແທ້ຈິງໃຫ້ແກ່ປະຊາຊົນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮຽກຮ້ອງໃຫ້ແຂວງເຊີນລາ ຍູ້ແຮງການປະຕິຮູບບໍລິຫານ, ເພີ່ມທະວີບັນດາຮູບແບບການຮ່ວມສຳພັນ, ຍູ້ແຮງການຜະລິດ, ຮັບປະກັນຄວາມໝັ້ນຄົງເຂດຊາຍແດນ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ພ້ອມກັນນັ້ນແມ່ນການບືນຕົວຂຶ້ນຂອງທັງປະຊາຄົມ, ພິເສດແມ່ນປະຊາຊົນບັນດາເຜົ່າສ່ວນໜ້ອຍ.

ຕອບກັບ

ຂ່າວ/ບົດ​ອື່ນ