ນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ເຮັດວຽກກັບການນຳສະຫະພັນໃຫຍ່ແຮງງານຫວຽດນາມ

ນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ເຮັດວຽກກັບການນຳສະຫະພັນໃຫຍ່ແຮງງານຫວຽດນາມ - ảnh 1
(ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ເຮັດວຽກກັບ
ການນຳສະຫະພັນໃຫຍ່ແຮງງານຫວຽດນາມ)

(vovworld) – ​ ​ໃນ​ການ​ເຮັດ​ວຽກ​ເມື່ອຕອນ​ເຊົ້າ​ວັນ​ທີ 10/3, ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸງ ​ແລະ ຄະນະ​ປະທານ​ສະຫະພັນໃຫຍ່​​ແຮງ​ງານຫວຽດນາມ  ​ໄດ້ຕີ​ລາຄາ​ໝາກຜົນ​ການ​ປະຕິບັດຂໍ້ກຳນົດ​ກົດ​ລະບຽບ​ສົມທົບ​ກ່ຽວ​ກັບ​ການ​ພົວພັນ​ວຽກ​ງານ ລະຫວ່າງ​ລັດຖະບານ ​ແລະ ສະຫະພັນ​ໃຫຍ່ແຮງ​ງານ​ ຫວຽດນາມ ​ໃນ​ປີ 2014 ​ແລະ ​ເປັນ​ເອກະ​ພາບ​ກ່ຽວກັບຈຸດ​ສຸມ​ສົມທົບ​ວຽກ​ງານ​ໃນ​ປີ 2015. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸງ ສະ​ເໜີ​​ໃຫ້ສະຫະພັນ​ໃຫຍ່ແຮງ​ງາ​ນ​ ຫວຽດນາມ ​ໃນປີ 2015 ສືບ​ຕໍ່​ສົມທົບ​ກັບ​ລັດຖະບານ​ໃນ​ທຸກ​ຂົງ​ເຂດ​ວຽກ​ງານ​ຢ່າງ​ແໜ້ນ​ແຟ້ນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸງ ​ເນັ້ນ​ໜັກ​ວ່າ:

      ພວກ​ເຮົາ​ຕ້ອງ​ສົມທົບ​ກັນ​ໃຫ້​ດີ​ກ່ວາ​ອີກ ​ເພື່ອ​ຮັບປະກັນ, ​ເບິ່ງ​ແຍງ​ສິດຜົນປະ​ໂຫຍ​ດ ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ຜູ້​ອອກ​ແຮງ​ງານ​​ເປັນ​ຢ່າງ​ດີ​ກ່ວາ​ອີກ ​ໃນ​ບັນດາ​ບັນຫາ​ໂຮງລ້ຽງເດັກໃຫ້ລູກຫຼານຂອງ​ຜູ້​ອອກ​ແຮງ​ງານ, ​ເຮືອນ​ຢູ່​ໃຫ້ກຳມະກອນ, ການ​ຈາຍ​ຄ່າ​ປະກັນ​​ສັງຄົມ​ຂອງ​ວິ​ສາ​ຫະກິດ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານ ຫຼື ບັນຫາ​ຕິດ​ໜີ້​ເງິນ​ເດືອນ. ກຳມະບານ​ຕ້ອງ​ເບິ່ງ​ແຍງ​​ຊີວິດ​ການ​ເປັນ​ຢູ່​ຂອງ​ຜູ້​ອອກ​ແຮງ​ງານ​​ໃຫ້​ດີ​ກ່ວາ​ອີກ.

ຂ່າວ/ບົດ​ອື່ນ