ນາຍ​ົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິ​ງ​ຈິງ ຖະ​ຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ທ່ານອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ວັນ​ດົ່ງ, ພົນ​ເອກ ຫວໍ​ຫງວຽນ​ຢາບ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ໜ້າທີ່ຂອງລຸ້ນຄົນປັດຈຸບັນ ແລະ ອະນາຄົດແມ່ນຮັກສາ, ເພີ່ມພູນຄູນສ້າງໝາກຜົນຂອງການປະຕິວັດເຊິ່ງ ລຸ້ນພໍ່ລຸ້ນອ້າຍຍາດມາໄດ້; ສືບຕໍ່ສ້າງສາປະເທດຊາດ ໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງ, ວັດທະນາຖາວອນ, ປະຊາຊົນນັບມື້ນັບ ມີຄວາມອີ່ມໜຳສຳລານ ແລະ ຜາສຸກ.
ນາຍ​ົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິ​ງ​ຈິງ ຖະ​ຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ທ່ານອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ວັນ​ດົ່ງ, ພົນ​ເອກ ຫວໍ​ຫງວຽນ​ຢາບ - ảnh 1ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຖະຫວາຍທູບທຽນອາໄລຫາທ່ານອະດີດນາຍົກລັດຖະມົນຕີ ຟ້າມວັນດົ່ງ (ພາບ: TTXVN)

ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ - ລະດູບານໃໝ່ປີແມວ 2023, ຕອນເຊົ້າ 18 ມັງກອນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັດຄອບຄົວ, ຖະຫວາຍທູບທຽນອາໄລຫາທ່ານອະດີດນາຍົກລັດຖະມົນຕີ ຟ້າມວັນດົ່ງ, ທ່ານພົນເອກ ຫວໍຫງວຽນຢາບ ຢູ່ເຮືອນສ່ວນຕົວທີ່ນະຄອນຫຼວງຮ່າໂນ້ຍ.

ອວຍພອນຍາດຕິພີ່ນ້ອງອະດີດທ່ານນາຍົກລັດຖະມົນຕີ ຟ້າມວັນດົ່ງ ຢູ່ເຮືອນສ່ວນຕົວ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະແດງຄວາມເຄົາລົບນັບຖືຕໍ່ທ່ານອະດີດນາຍົກລັດຖະມົນຕີ ຟ້າມວັນດົ່ງ - ຜູ້ນຳທີ່ມີຄວາມເກັ່ງກ້າສາມາດ, ມີຊື່ສຽງເປັນ ນັກວັດທະນະທຳທີ່ຍິ່ງໃຫຍ່ຂອງປະເທດຊາດ, ນັກການທູດທີ່ດີເລີດຂອງພັກ, ລັດ ແລະ ການປະຕິວັດ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ພັກ, ລັດ ຮັບຮູ້ທ່ານອະດີດນາຍົກລັດຖະມົນຕີ ຟ້າມວັນດົ່ງ ເປັນນັກການທູດທີ່ມີຄວາມເກັ່ງກ້າສາມາດ, ມີຊື່ສຽງຢູ່ໃນໂລກ, ມອງກວ້າງເຫັນໄກ, ມີຄວາມລະອຽດອ່ອນ ແລະ ມີໄຫວພິບ, ມີຄວາມອົງອາດກ້າແກ່ນ ແລະ ນິມນວນອ່ອນໂຍນ, ມີການປະພຶດທີ່ຄ່ອງແຄ້ວ, ມີຫົວຄິດປະດິດສ້າງ, ຍາມໃດກໍ່ສະແດງໃຫ້ເຫັນຫຼັກໝັ້ນການເມືອງທີ່ສະຫຼາດສ່ອງໃສຕໍ່ສະພາບການ ແລະ ແບບແຜນທາງການທູດ ໂຮ່ຈີມິນ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ໜ້າທີ່ຂອງລຸ້ນຄົນປັດຈຸບັນ ແລະ ອະນາຄົດແມ່ນຮັກສາ, ເພີ່ມພູນຄູນສ້າງໝາກຜົນຂອງການປະຕິວັດເຊິ່ງ ລຸ້ນພໍ່ລຸ້ນອ້າຍຍາດມາໄດ້; ສືບຕໍ່ສ້າງສາປະເທດຊາດ ໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງ, ວັດທະນາຖາວອນ, ປະຊາຊົນນັບມື້ນັບ ມີຄວາມອີ່ມໜຳສຳລານ ແລະ ຜາສຸກ.

ຕອບກັບ

ຂ່າວ/ບົດ​ອື່ນ