ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ຊຸກ​ຍູ້​​ການດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ສາ​ກົນ ເຂົ້າ​ມາ ຫວຽດ​ນາມ

(VOVWORLD) - ຕອນເຊົ້າວັນທີ 21 ທັນວາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຊຸກຍູ້ການດຶງດູດແຂກທ່ອງທ່ຽວສາກົນເຂົ້າມາ ຫວຽດນາມ.
ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ຊຸກ​ຍູ້​​ການດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ສາ​ກົນ ເຂົ້າ​ມາ ຫວຽດ​ນາມ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ  ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ ເມື່ອໂລກລະບາດໂຄວິດ - 19  ຍັງມີການຜັນແປຢ່າງສັບສົນ, ລັດຖະບານ ໄດ້ຕົກລົງເປີດປະຕູພື້ນຖານເສດຖະກິດໂດຍໄວ, ຖັດຈາກນັ້ນແມ່ນເປີດປະຕູການກິລາ ແລະ ທ່ອງທ່ຽວ… ມາຮອດປັດຈຸບັນນີ້, ສາມາດຢັ້ງຢືນໄດ້ວ່າ, ການຕົກລົງດັ່ງກ່າວແມ່ນຖືກຕ້ອງ. ການເປີດປະຕູໄດ້ນຳມາເຊິ່ງປະສິດທິຜົນໃນຫຼາຍຂົງເຂດ, ໃນນັ້ນມີການດຶງດູດແຂກທ່ອງທ່ຽວສາກົນມາ ຫວຽດນາມ. ທ່ານນາຍົກລັດຖະມົນຕີກໍສະເໜີທີ່ກອງປະຊຸມວ່າ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດ, ນັກຊ່ຽວຊານ… ຈົ່ງວິເຄາະວິໄຈເຫດ, ຄວາມຮັບຜິດຊອບໃນການດຶງດູດແຂກທ່ອງທ່ຽວສາກົນມາ ຫວຽດນາມ. ໃນນັ້ນ, ຕ້ອງພິຈາລະນາລັກສະນະຫຼາຍຮູບຫຼາຍແບບ, ຄວາມອຸດົມສົມບູນຂອງຜະລິດຕະພັນທ່ອງທ່ຽວ; ລັກສະນະຫຼາຍຮູບຫຼາຍແບບຂອງຕະຫຼາດ, ລະບົບສະໜອງການທ່ອງທ່ຽວ; ລະດັບ, ການໂຄສະນາການທ່ອງທ່ຽວມູນເຊື້ອ; ພິຈາລະນາວຽກງານປ່ຽນແປງໃໝ່ປະດິດຄິດສ້າງ, ຫັນເປັນດີຈີຕອນ, ຫັນເປັນສີຂຽວ ໃນການພັດທະນາການທ່ອງທ່ຽວ… ບົນພື້ນຖານນັ້ນ, ສະເໜີມາດຕະການແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຄົງຄ້າງ ແລະ ມາດຕະການຊຸກຍູ້ການດຶງດູດແຂກທ່ອງທ່ຽວສາກົນເຂົ້າມາ ຫວຽດນາມ; ສ້າງບາດກ້າວບຸກທະລຸຂັ້ນກ່ຽວກັບການທ່ອງທ່ຽວໃນປີ 2023.

ຕອບກັບ

ຂ່າວ/ບົດ​ອື່ນ