ນາຍົກລັດຖະມົນຕີ ຫວຽດນາມ ເລີ່ມຕົ້ນເຂົ້າຮ່ວມບັນດາການເຄື່ອນໄຫວຂອງ G20

(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Markel ປະທານກຸ່ມ G20 ປີ 2017, ຕອນບ່າຍວັນທີ 07 ກໍລະກົດ (ຕາມເວລາທ້ອງຖິ່ນ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເລີ່ມຕົ້ນເຂົ້າຮ່ວມບັນດາການເຄື່ອນໄຫວຂອງກອງປະຊຸມສຸດຍອດ G20 ຢູ່ Hamburg ປະເທດ ເຢຍລະມັນ.
ນາຍົກລັດຖະມົນຕີ ຫວຽດນາມ ເລີ່ມຕົ້ນເຂົ້າຮ່ວມບັນດາການເຄື່ອນໄຫວຂອງ G20 - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ພັນລະຍາ

ດ້ວຍຫົວເລື່ອງວ່າ “ສ້າງໂລກແຫ່ງການເຊື່ອມຕໍ່ເປັນຮູບປະທຳ”, ກອງປະຊຸມສຸດຍອດ G20 ປຶກສາຫາລື ຫລາຍບັນຫາສຳຄັນ ຂອງເສດຖະກິດທົ່ວໂລກຄື ການເຕີບໂຕ, ການຄ້າ, ການລົງທຶນ, ການເງິນສາກົນ, ພັດທະນາແບບຍືນຍົງ, ການປ່ຽນແປງຂອງດິນຟ້າອາກາດ, ພະລັງງານ…

        ໂດຍໄດ້ຖືກເຊີນກ່າວຄຳເຫັນ ໃນຖານະເປັນນັກປາຖະກະຖາຕົ້ນຕໍທີ່ກອງປະຊຸມປຶກສາຫາລືກ່ຽວກັບການພັດທະນາແບບຍືນຍົງ, ການປ່ຽນແປງຂອງດິນຟ້າອາກາດ ແລະ ພະລັງງານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຍົກອອກສານຢ່າງແຮງກ່ຽວກັບຄວາມສຳຄັນຂອງເລື່ອງເພີ່ມທະວີການຮ່ວມມືເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ແມ່ນໜຶ່ງໃນບັນດາປະເທດຖືກຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດຈາກການປ່ຽນແປງຂອງດິນຟ້າອາກາດ, ຫວຽດນາມ ຈະມານະພະຍາຍາມສຳເລັດ 17 ເປົ້າໝາຍພັດທະນາແບບຍືນຍົງ (SDG-2030) ຂອງສະຫະປະຊາຊາດໂດຍໄວ, ໃນນັ້ນ ໃຫ້ບຸລິມະສິດບັນດາບັນຫາຫລຸດຜ່ອນຄວາມທຸກຍາກ, ພະລັງງານຜະລິດຄືນໃໝ່, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ…ດ້ວຍບົດບາດເປັນປະເທດເຈົ້າພາບຈັດຕັ້ງ APEC 2017, ຫວຽດນາມ ຊຸກຍູ້ບັນດາຫົວເລື່ອງບຸລິມະສິດໃນໂຄງການດຳເນີນງານ APEC 2017 ແມ່ນພັດທະນາແບບຍືນຍົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ນຳໃຊ້ພະລັງງານຢ່າງມີປະສິດທິຜົນ; ພວມສົມທົບກັບບັນດາສະມາຊິກ APEC ຊຸກຍູ້ການແລກປ່ຽນກ່ຽວກັບການພັດທະນາກວມລວມນັບທັງເສດຖະກິດ, ສັງຄົມ ແລະ ການເງິນຢ່າງເລິກເຊິ່ງກ້ວາງຂວາງ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີ G20 ແລະ ປະຊາຄົມສາກົນ ຍົກສູງຄວາມຮັບຜິດຊອບ, ປະຕິບັດບັນດາຄຳໝັ້ນສັນຍາສາກົນຢ່າງເຂັ້ມງວດ ແລະ ສົມທົບກັນດຳເນີນງານຢ່າງມີປະສິດທິຜົນ, ເພີ່ມທະວີການໜູນຊ່ວຍດ້ານການເງິນ ແລະ ເຕັກໂນໂລຢີໃຫ້ບັນດາປະເທດພວມພັດທະນາ ໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ ແລະ ກວມລວມ.

ຕອບກັບ

ຂ່າວ/ບົດ​ອື່ນ