ນາຍົກລັດຖະມົນຕີ ຫວຽດນາມ ແລະ ນາຍົກລັດຖະມົນຕີ ມາເລເຊຍ ໄປຢ້ຽມຢາມຖະໜົນປື້ມ ຮ່າໂນ້ຍ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ແນະນຳກັບທ່ານນາຍົກລັດຖະມົນຕີ ມາເລເຊຍ ກ່ຽວກັບວັດທະນະທຳ, ມູນເຊື້ອມັກຮ່ຳຮຽນ ແລະ ວັດທະນະທຳການອ່ານ ຫວຽດນາມ.
ນາຍົກລັດຖະມົນຕີ ຫວຽດນາມ ແລະ ນາຍົກລັດຖະມົນຕີ ມາເລເຊຍ ໄປຢ້ຽມຢາມຖະໜົນປື້ມ ຮ່າໂນ້ຍ - ảnh 1(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານນາຍົກລັດຖະມົນຕີ  Anwar Ibrahim ໄປຢ້ຽມຢາມຖະໜົນປື້ມ ຮ່າໂນ້ຍ)

        ເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ແລະ ພັນລະຍາ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ຕອນບ່າຍວັນທີ 21 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມິນຈິງ ໄດ້ເຊີນທ່ານນາຍົກລັດຖະມົນຕີ Anwar Ibrahim ແລະ ພັນລະຍາໄປຢ້ຽມຢາມຖະໜົນປື້ມ ຮ່າໂນ້ຍ ແລະ ຊິມລົດຊາດກາເຟ ຫວຽດນາມ.

        ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ແນະນຳກັບທ່ານນາຍົກລັດຖະມົນຕີ ມາເລເຊຍ ກ່ຽວກັບວັດທະນະທຳ, ມູນເຊື້ອມັກຮ່ຳຮຽນ ແລະ ວັດທະນະທຳການອ່ານ ຫວຽດນາມ. ລັດຖະບານ ຫວຽດນາມ ໄດ້ຖືວັນທີ 21 ເມສາ ແຕ່ລະປີແມ່ນວັນປື້ມ ຫວຽດນາມມ; ພ້ອມທັງປະກາດແຜນຮ່າງ “ພັດທະນາວັດທະນະທຳການອ່ານໃນປະຊາຄົມຮອດປີ 2020, ກຳນົດທິດຮອດປີ 2023”. ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ແນະນຳ ແລະ ມອບໃຫ້ທ່ານນາຍົກລັດຖະມົນຕີ Anwar Ibrahim ປື້ມ “ບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງກ່ຽວກັບສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສັງຄົມນິຍົມຢູ່ ຫວຽດນາມ” ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ; ປື້ມ “ບັນທຶກປະຈຳວັນຢູ່ໃນຄຸກ” ຂອງປະທານ ໂຮ່ຈີມິນ ແລະ ປື້ມ “ນ້ຳໃຈຂອງປະຊາຊົນໃນໂລກທີ່ມີຕໍ່ປະທານ ໂຮ່ຈີມິນ”.

ຕອບກັບ

ຂ່າວ/ບົດ​ອື່ນ