ນາຍົກລັດຖະມົນຕີ ຫວຽດນາມເຂົ້າຮ່ວມ ກອງປະຊຸມສະຫລຸບ ຂອງກະຊວງຄົມມະນາ ຄົມແລະຂົນສົ່ງ

ວັນ​ທີ 7/1, ຢູ່​ຮ່າ​ໂນ້ຍ, ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ ​ໄດ້​ຈັດ​ກອງ​ປະຊຸມ​ສະຫລຸບ​ວຽກ​ງານ​ປີ 2011 ​ແລະ​ຜັນ​ຂະຫຍາຍ​ແຜນການ​ໜ້າ​ທີ່​ປີ 2012. ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ, ທ່ານ​ນາ​ຍົກ​ລັດຖະມົນຕີ​ຫງວຽນ​ເຕີນ​ຢູງຮຽກຮ້ອງ​ໃຫ້​ຂະ​ແໜງ ຄົມມະ ນາຄົມ​ຂົນ​ສົ່ງ ກ່ອນ​ອື່ນ​ໝົດ​ຕ້ອງ​ກວດກາ​ຄືນ​ລະບອບ, ກົນ​ໄກ​ນະ​ໂຍບາຍ, ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ຂໍ້​ຕິດ​ຂັດ, ຍູ້​ໄວ​ລະດັບ​ການ​ກໍ່ສ້າງ​ບັນດາ​ກິດຈະກຳ​ຄົມະ​ນາ​ຄົມ, ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ກິດຈະກຳ. ທ່ານ​ນາຍົກລັດຖະມົນຕີກໍຊີ້ນຳ​ໃຫ້​ຂະ​ແໜງ​ຄົມມະນາຄົມ ຕ້ອງ​ກວດກາ​ການວາງ​ແຜນ​ກຳນົດ​​ທັງ​ທາງບົກ, ທາງ​ລົດ​ໄຟ, ທາງນ້ຳ ​ແລະ​ທາງ​ອາກາດ. ປີ 2012 ​ແມ່ນ​ປີ​ຄົມມະນາຄົມ​ປອດ​ໄພ, ທ່ານ​ນາຍົກລັດຖະມົນຕີຊີ້ນຳ​ໃຫ້​ຂະ​ແໜງ ຄົມມະນາຄົມ​ຂົນ​ສົ່ງ ຕ້ອງ​ປະຕິບັດ​ຢ່າງ​ຂ້ຽວຂາດ ​ແລະ​ຄົບ​ຊຸດ​ບັນດາ​ມາດ​ຕະການ ​ໃນ​ນັ້ນ ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ສະຕິ​ຄວາມ​ຮັບ​ຮູ້ ຄວາມຕື່ນ​ຕົວ​​ໃນ​ການປະຕິບັດ​ກົດ​ໝາຍ​ຄົມມະນາຄົມ​ຂອງ​ປະຊາຊົນ, ​ເພີ່ມ​ທະວີ​ວຽກ​ງານ​ບຳລຸງ​ສ້າງ ອອກ​​ໃບ​ຂັບ​ຂີ່…
ຂ່າວ/ບົດ​ອື່ນ