ນາຍົກລັດຖະມົນຕີ ອັງກິດ ຄົນໃໝ່ໃຫ້ຄຳໝັ້ນສັນຍາປະຕິບັດ Brexit ຖືກຕາມກຳນົດເວລາສຸດທ້າຍ 31/10

(VOVWORLD) - ວັນທີ 24 ກໍລະກົດ, ໃນບົດກ່າວປາໄສທຳອິດ ພາຍຫລັງຮັບດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ອັງກິດ, ທ່ານ Boris Johnson  ໄດ້ໃຫ້ຄຳໝັ້ນສັນຍາຈະນຳປະເທດ ອັງກິດ ຖອນຕົວອອກຈາກສະຫະພາບ ເອີຣົບ (ອີຢູ) ຫຼື ເອີ້ນວ່າ Brexit ຖືກຕ້ອງຕາມກຳນົດເວລາສຸດທ້າຍແມ່ນວັນທີ 31 ຕຸລາ.
ນາຍົກລັດຖະມົນຕີ ອັງກິດ ຄົນໃໝ່ໃຫ້ຄຳໝັ້ນສັນຍາປະຕິບັດ Brexit ຖືກຕາມກຳນົດເວລາສຸດທ້າຍ 31/10 - ảnh 1 ທ່ານ Boris Johnson  (ພາບ: AFP/TTXVN)

        ເຖິງຢ່າງໃດກໍ່ຕາມ, ຕາມທ່ານ Boris Johnson ແລ້ວ “ອັງກິດ” ຕ້ອງກະກຽມແຜນການໃຫ້ແກ່ກໍລະນີ Brexit ບໍ່ບັນລຸໄດ້ຂໍ້ຕົກລົງ ຖ້າຫາກ ອີຢູ ສືບຕໍ່ປະຕິເສດການເຈລະຈາຂໍ້ຕົກລົງຄືນໃໝ່ ໂດຍທ່ານນາງອະດີດນາຍົກລັດຖະມົນຕີ ອັງກິດ Theresa May ບັນລຸໄດ້ກັບບັນດາການນຳ ອີຢູ ໃນເດືອນ ພະຈິກ 2018. ທ່ານ Boris Johnson ຢືນຢັນວ່າ: ທ່ານມີແຜນການເພື່ອບັນລຸໄດ້ຂໍ້ຕົກລົງ Brexit ສະບັບໃໝ່, ເຖິງວ່າ ອີຢູ ໄດ້ຖະແຫຼງເປັນຫລາຍຄັ້ງແລ້ວວ່າ ຈະບໍ່ເຈລະຈາຂໍ້ຕົກລົງໃນປັດຈຸບັນຄືນໃໝ່. ຕາມທ່ານນາຍົກລັດຖະມົນຕີ ອັງກິດ ຄົນໃໝ່ແລ້ວ, ລອນດອນ ຈະບໍ່ລໍຖ້າຕື່ມອີກແລ້ວ ແລະ ປັດຈຸບັນແມ່ນຈຸດເວລາເພື່ອມີການກະທຳ, ຍົກອອກການຕັດສິນໃຈ ກໍ່ຄືບົດບາດນຳໜ້າຢ່າງແຮງ ແນໃສ່ປ່ຽນແປງປະເທດຊາດ ເພື່ອອະນາຄົດທີ່ສົດໃສກ່ວາ. 

ຕອບກັບ

ຂ່າວ/ບົດ​ອື່ນ