ນາຍົກລັດຖະມົນຕີ ອັງກິດ ຊອກຫາການສະໜັບສະໜູນຂອງຄະນະລັດຖະບານ ກ່ອນດໍາເນີນກອງປະຊຸມສຸດຍອດ EU

(VOVWORLD) -ທ່ານນາງ  Theresa May ພວມພະຍາຍາມເຮັດໃຫ້ຄວາມເຄັ່ງຕຶງທັງຢູ່ພາຍໃນ ແລະ ຕ່າງປະເທດ ຫຼຸດຜ່ອນລົງ ຕໍ່ໜ້າສະພາບການບໍ່ມີທາງອອກໃນການເຈລະຈາ ກ່ຽວກັບບັນຫາ Brexit ກ່ອນການດໍາເນີນກອງປະຊຸມສຸດຍອດ ອີຢູ. 
 ນາຍົກລັດຖະມົນຕີ ອັງກິດ ຊອກຫາການສະໜັບສະໜູນຂອງຄະນະລັດຖະບານ ກ່ອນດໍາເນີນກອງປະຊຸມສຸດຍອດ EU - ảnh 1 ທ່ານນາງນາຍົກລັດຖະມົນຕີອັງກິດ Theresa May (ພາບ:TTXVN)

ວັນທີ 16 ຕຸລາ, ທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ໄດ້ຮຽກໂຮມຈັດກອງປະຊຸມຄະນະລັດຖະບານຄົບຄະນະ ເພື່ອສະຫຼຸບຫຍໍ້ບັນດາຄວາມມານະພະຍາຍາມ ແກ້ໄຂບັນດາບັນຫາທີ່ບໍ່ມີທາງອອກ ໃນວິວັດການເຈລະຈາຖອນຕົວອອກຈາກ ອີຢູ ຫຼື ຍັງເອີ້ນວ່າ ບັນຫາ Brexit, ກ່ອນທີ່ຈະເດີນທາງໄປ ເຂົ້າຮ່ວມກອງປະຊຸມສຸດຍອດ ອີຢູ ໃນວັນທີ 17 ຕຸລາ ຢູ່ ບຣຸກແຊນ ປະເທດ ແບນຊິກ.

        ທ່ານນາງ  Theresa May ພວມພະຍາຍາມເຮັດໃຫ້ຄວາມເຄັ່ງຕຶງທັງຢູ່ພາຍໃນ ແລະ ຕ່າງປະເທດ ຫຼຸດຜ່ອນລົງ ຕໍ່ໜ້າສະພາບການບໍ່ມີທາງອອກໃນການເຈລະຈາ ກ່ຽວກັບບັນຫາ Brexit ກ່ອນການດໍາເນີນກອງປະຊຸມສຸດຍອດ ອີຢູ. ກ່າວຄໍາເຫັນຕໍ່ສະພາແຫ່ງຊາດ ອັງກິດ ເມື່ອວັນທີ 15 ຕຸລາ, ທ່ານນາງ Theresa May ໄດ້ຢັ້ງຢືນວ່າ ທ່ານເຊື່ອໝັ້ນຕໍ່ແງ່ຫວັງສອງຝ່າຍຈະບັນລຸໄດ້ຂໍ້ຕົກລົງ ເຖິງວ່າສອງຝ່າຍຍັງບໍ່ທັນຊອກຫາໄດ້ວິທີແກ້ໄຂເໝາະສົມ ເພື່ອແກ້ໄຂໃນບັນຫາຊາຍແດນ ອຽກລັງ.

        ໃນສະພາບການເຈລະຈາກ່່ຽວກັບບັນຫາ Brexit ໄດ້ກ້າວເຂົ້າສູ່ຈຸດເວລາສໍາຄັນທີ່ສຸດ, ທ່ານນາງ Theresa May ພວມມານະພະຍາຍາມເຕົ້າໂຮມບັນດາການ ສະໜັບສະໜູນຈາກບັນດາເຈົ້າໜ້າທີ່ທີ່ໃກ້ຊິດໃນຄະນະລັດຖະບານ. ກອງປະຊຸມສຸດຍອດ ອີຢູ ຄັ້ງນີ້ ໄດ້ຮັບຖືວ່າ ແມ່ນ ໜຶ່ງໃນບັນດາກາລະໂອກາດສຸດທ້າຍເພື່ອໃຫ້ສອງຝ່າຍກ້າວໄປເຖິງຂໍ້ຕົກລົງກ່ອນທີ່ອັງກິດຈະຖອນຕົວອອກຈາກ ອີຢູ ໃນທ້າຍເດືອນ ມີນາ  2019.


ຕອບກັບ

ຂ່າວ/ບົດ​ອື່ນ