ນາຍົກລັດຖະມົນຕີ ອັງກິດ ຕຳຫນິຕິຕຽນ ອີຢູ ຕັ້ງໃຈກໍ່ຜົນສະທ້ອນເຖິງການເລືອກຕັ້ງຈະມາເຖິງໂດຍເຈດຕະນາ

(VOVWORLD) - ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ໄດ້ເລີ່ມເຄື່ອນໄຫວບັ້ນຂົນຂວາຍຫາສຽງເລືອກຕັ້ງຂອງຕົນດ້ວຍເລື່ອງຕຳຫນິຕິຕຽນເຈົ້າໜ້າທີ່ ແລະ ນັກການເມືອງສະຫະພາບເອີລົບ (ອີຢູ) ຈຳນວນໜຶ່ງ, 
ນາຍົກລັດຖະມົນຕີ ອັງກິດ ຕຳຫນິຕິຕຽນ ອີຢູ ຕັ້ງໃຈກໍ່ຜົນສະທ້ອນເຖິງການເລືອກຕັ້ງຈະມາເຖິງໂດຍເຈດຕະນາ - ảnh 1 ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May 

ພາຍຫຼັງຖືວ່າບັນດາຜູ້ຄົນເຫຼົ່ານີ້ໄດ້ “ນາບຂູ່” ປະເທດ ອັງກິດ ແລະ ພະຍາຍາມທຳລາຍບັນດາຄວາມມານະພະຍາຍາມເພື່ອແນໃສ່ໄດ້ຮັບການເລືອກຕັ້ງຄືນໃໝ່ຂອງທ່ານນາງ. ທ່ານນາງ May ຖືວ່າ: ບາງເຫດການທີ່ເກີດຂຶ້ນໃນໄລຍະມໍ່ໆມານີ້ ໄດ້ສະແດງໃຫ້ເຫັນວ່າ ອີຢູ ບໍ່ຢາກໃຫ້ບັນດາການເຈລະຈາກ່ຽວກັບເລື່ອງ ອັງກິດ ຖອນອອກຈາກສະຫະພາບເອີລົບ ( ຫຼືຍັງເອີ້ນວ່າ Brexit) ບັນລຸຜົນສຳເລັດ. ການກະທຳນີ້ໄດ້ເຮັດໃຫ້ການພົວພັນລະຫວ່າງ ອັງກິດ ແລະ ອີຢູ ເຄັ່ງຕຶງຂຶ້ນຕື່ມ.

ຕອບກັບ

ຂ່າວ/ບົດ​ອື່ນ