ນາຍົກລັດຖະມົນຕີ ອັງກິດ ປຶກສາຫາລື Brexit ກັບປະທານາທິບໍດີ ຝະລັງ ຄົນໃໝ່

(VOVWORLD) - ວັນທີ 07/05 ຫ້ອງວ່າການນາຍົກລັດຖະມົນຕີ ອັງກິດ ແຈ້ງໃຫ້ຮູ້ວ່າ: ນາຍົກລັດຖະມົນຕີປະເທດນີ້ ທ່ານນາງ Theresa May ໄດ້ປຶກສາຫາລືກ່ຽວກັບບັນຫາ ອັງກິດ ຖອນອອກຈາກສະຫະພາບ ເອີລົບ (ອີຢູ) ຫຼື ເອີ້ນວ່າ Brexit 
ນາຍົກລັດຖະມົນຕີ ອັງກິດ ປຶກສາຫາລື Brexit ກັບປະທານາທິບໍດີ ຝະລັງ ຄົນໃໝ່ - ảnh 1 (ພາບປະກອບ)

ກັບທ່ານປະທານາທິບໍດີ Emmanuel Macron ຜູ້ຫາກໍ່ໄດ້ຮັບໄຊຊະນະໃນການເລືອກຕັ້ງ ຝະລັ່ງ. ໂຄສົກຫ້ອງວ່າການນາຍົກລັດຖະມົນຕີ ອັງກິດ ໃຫ້ຮູ້ວ່າ: ທ່ານນາງ May ຊົມເຊີຍທ່ານ Macron ພ້ອມທັງແລກປ່ຽນກ່ຽວກັບບັນຫາ Brexit. ທ່ານນາງນາຍົກລັດຖະມົນຕີ May ຢືນຢັນອີກຄັ້ງໜຶ່ງວ່າ: ປະເທດ ອັງກິດ ຢາກມີການພົວພັນຄູ່ຮ່ວມມືທີ່ເຂັ້ມແຂງມີຄວາມປອດໄພ ແລະ ວັດທະນາຖາວອນກັບ ອີຢູ ພາຍຫລັງ ອັງກິດ ຖອນອອກຈາກ ເອີລົບ. ຫ້ອງວ່າການນາຍົກລັດຖະມົນຕີ ອັງກິດ ກໍ່ຍ້ອງຍໍ “ການພົວພັນຄູ່ຮ່ວມມືພິເສດລະຫວ່າງ ອັງກິດ ແລະ ຝະລັ່ງ ພວມສ້າງພື້ນຖານແຂງແຮງໃຫ້ແກ່ການຮ່ວມມືໃນອະນາຄົດ”, ກ່ອນທີ່ ອັງກິດ ເລີ່ມຕົ້ນວິວັດທະນາການເຈລະຈາທາງການກ່ຽວກັບ Brexit ກັບ ອີຢູ.

ຕອບກັບ

ຂ່າວ/ບົດ​ອື່ນ