ນາຍົກລັດຖະມົນຕີ ອິດສະຮາແອນ ຢ້ຽມຢາມຄອບຄົວຜູ້ປະສົບ ເຄາະຮ້າຍ​ຈາກ​ເຫດ​ຍິງ​ປືນ



 ນາຍົກລັດຖະມົນຕີ ອິດສະຮາແອນ ຢ້ຽມຢາມຄອບຄົວຜູ້ປະສົບ ເຄາະຮ້າຍ​ຈາກ​ເຫດ​ຍິງ​ປືນ - ảnh 1

ທ່ານນາຍົກລັດຖະມົນຕີ ອິດສະ​ຮາ​ແອນ

(ພາບ:vietbao.vn)

( vovworld ) ວັນ​ທີ 22/3, ທ່ານ Christophe Bigot ເອກ​ອັກຄະ​ລັດຖະທູ​ດ ຝຣັ່ງ ​ປະຈຳ ອິດສະ​ຮາ​ແອນ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ແບ່ງປັນ​ຄວາມ​ເສົ້າສະຫຼົດ​ໃຈ​ກັບບັນດາຄອບຄົວ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ເຫດ​ຍິງ​ປືນຢູ່​ນະຄອນ Toulouse ທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ໃຕ້​ປະ​ເທດ​ຝຣັ່ງ. ກ່າວ​ຄຳ​ເຫັນ​ກັບ​ວົງ​ການ​ນັກຂ່າວ, ທ່ານເອກ​ອັກຄະ​ລັດຖະທູ​ດຝຣັ່ງ ​ປະຈຳ ອິດສະ​ຮາ​ແອນ ​ໄດ້​ສະ​ແດງ​ໃຫ້​ເຫັນ​ອາລົມ​ຈິດ ​ແລະ ນ້ຳ​ໃຈ​ສາມັກຄີ​ຂອງ​ປະຊາຊົນ​ຝຣັ່ງ ​ໃນ​ຈຸດ​ເວລາ​ອັນ​ເຈັບ​ປວດ​ນີ້ ​ແລະ ຢັ້ງຢືນ​ຄວາມ​ຕັດສິນ​ໃຈ​ຂອງຝຣັ່ງ ​ໃນ​ການ​ຕ້ານ​ລັດທິ​ກໍ່​ການ​ຮ້າຍ ​ແລະ ຕ້ານ​ລັດທິ​ປະຕິ​ເສດ​ຊາວ​ຢີວ. ​ໃນ​ວັນ​ດຽວ​ກັນ, ທ່ານນາຍົກລັດຖະມົນຕີ ອິດສະ​ຮາ​ແອນ Benjamin Netanyahu ກໍ່​ໄດ້​ໄປ​ຢ້ຽມຢາມ ​ແລະ ສະ​ແດງ​ນ້ຳ​ໃຈ​ສາມັກຄີ​ກັບບັນດາຄອບຄົວ​ຜູ້​ປະສົບ​ເຄາະ​ຮ້າຍ​ເຊັ່ນ​ດຽວ​ກັນ.

   ກ່ຽວ​ກັບ​ເຫດການ​ຍິງ​ປືນ ຍັງ​ມີ​ຂ່າວ​ໃຫ້​ຮູ້​ວ່າ, ພາຍຫຼັງດຳ​ເນີນ​ການ​ເຈລະຈາ​ມາ​ເປັນ​​ເວລາ 32 ຊົ່ວ​ໂມງ ​ແຕ່​ບໍ່​ປະສົບ​ຜົນສຳ​ເລັດ, ຕອນ​ທ່ຽງ​ວັນ​ທີ 22/3, ຕາມ​ເວລາ​ທ້ອງ​ຖິ່ນ, ກຳລັງ​ຕຳຫຼວດ​ປະຕິບັດ​ໜ້າ​ທີ່​ພິ​ເສດ​ຝຣັ່ງ ​ໄດ້​ສັງຫານ Mohammed Merah ຜູ້​ຖືກ​ສົງ​ໃສ​ວ່າ​ໄດ້​ປະຕິບັດ​ບັນດາ​ເຫດການ​ຍິງ​ປືນ​ຢູ່​ນະຄອນ Montauban ​ແລະ Toulouse ​ໃນ​ຊຸມ​ມື້​ທີ່​ຜ່ານ​ມາ.

 



ຂ່າວ/ບົດ​ອື່ນ