ນາຍົກລັດຖະມົນຕີ ອິນເດຍ ແລະ ປະທານາທິບໍດີ ອາເມລິກາ ພົບປະເຈລະຈາ 2 ຝ່າຍຢູ່ທຳນຽບຂາວ

(VOVWORLD) - ການນຳ 2 ທ່ານໄດ້ພິຈາລະນາບັນດາແງ່ມູມຂອງການພົວພັນ ອິນເດຍ - ອາເມລິກາ, ພ້ອມທັງປຶກສາຫາລືກ່ຽວກັບບັນດາມາດຕະການເຮັດໃຫ້ການພົວພັນນີ້ໃຫ້ເລິກເຊິ່ງຂຶ້ນຕື່ມ
ນາຍົກລັດຖະມົນຕີ ອິນເດຍ ແລະ ປະທານາທິບໍດີ ອາເມລິກາ ພົບປະເຈລະຈາ 2 ຝ່າຍຢູ່ທຳນຽບຂາວ - ảnh 1ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden
(ພາບ: Reuters)

        ວັນທີ 22 ມິຖຸນາ, ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ດຳເນີນການພົບປະເຈລະຈາ 2 ຝ່າຍຢູ່ທຳນຽບຂາວ. ຕາມກະຊວງການຕ່າງປະເທດ ອິນເດຍ ແລ້ວ, ການນຳ 2 ທ່ານໄດ້ພິຈາລະນາບັນດາແງ່ມູມຂອງການພົວພັນ ອິນເດຍ - ອາເມລິກາ, ພ້ອມທັງປຶກສາຫາລືກ່ຽວກັບບັນດາມາດຕະການເຮັດໃຫ້ການພົວພັນນີ້ໃຫ້ເລິກເຊິ່ງຂຶ້ນຕື່ມ ເພື່ອສັນຕິພາບ ແລະ ຄວາມວັດທະນາຖາວອນຂອງ 2 ປະເທດ ກໍຄືເພື່ອຜົນປະໂຫຍດທົ່ວໂລກ. ທີ່ການພົບປະເຈລຈາ, ທ່ານນາຍົກລັດຖະມົນຕີ Narendra Modi ຖືວ່າ ການພົວພັນຄູ່ຮ່ວມມືລະຫວ່າງ 2 ປະເທດມີຄວາມສຳຄັນຍິ່ງກວ່າເວລາໃດໝົດ ໃນສະພາບທີ່ຄວາມເປັນລະບຽບຮຽບຮ້ອຍທົ່ວໂລກພວມມີການປ່ຽນແປງ. ອິນເດຍ ແລະ ອາເມລິກາ ພວມຮ່ວມມືກັນຢ່າງເລິກເຊິ່ງໃນຫຼາຍຂົງເຂດ, ຄື: ການເດີນທະເລ, ເຕັກໂນໂລຊີ, ອາວະກາດ, ວັດທະນະທຳ ແລະ ປັນຍາປະດິດ. ໃນຂະນະນັ້ນ, ທ່ານປະທານາທິບໍດີ Joe Biden ຢືນຢັນວ່າ, ການພົວພັນຄູ່ຮ່ວມມື ອິນເດຍ - ອາເມລິກາ ພວມເຂັ້ມແຂງຍິ່ງກວ່າເວລາໃດໝົດ ແລະ ປາດຖະໜາຢາກເພີ່ມທະວີການພົວພັນຄູ່ຮ່ວມມືລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ