ນາຍົກລັດຖະມົນຕີ ໂຮນລັງ ຢ້ຽມຢາມ ແລະ ເຮັດວຽກຢູ່ຫາຍຟ່ອງ

ນາຍົກລັດຖະມົນຕີ ໂຮນລັງ ຢ້ຽມຢາມ ແລະ ເຮັດວຽກຢູ່ຫາຍຟ່ອງ - ảnh 1
ພິທີ​ເລີ່​ມລົງມື​ກໍ່ສ້າງ​ໂຄງການ​ສູນ​ບໍລິການ​
ເດີນ​ສາງ​​ເກັບ​ມ້ຽນຂອງ​ບໍລິສັດ C.Steinweg ຫາຍ​ຟ່ອງ ຈຳກັດ​ຜູ້​ດຽວ
(ພາບ: chinhphu.vn)


(vovworld) –  ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມຫວຽດນາມ, ຕອນ​ບ່າຍ​ວັນ​ທີ 17/06, ທ່ານ​ນາຍົກລັດຖະມົນຕີ​ໂຮ​ນລັງ Mark Rutte ​ແລະ ຄະນະ​ຜູ້​ແທນ​ວິ​ສາ​ຫະກິດ​ໂຮ​ນລັງ ​ໄດ​​້​ໄປຍັງ​ນະຄອນ​ຫາຍ​ຟ່ອງ ຢ້ຽມຢາມ​ໂຮງງານ​ຕໍ່​ກຳ​ປັ່ນ Damen ຊົງ​​ເກີ​໋ມ, ຢູ່​​ເມືອງ​ຖູ​ຍງວຽນ, ນະຄອນ​ຫາຍ​ຟ່ອງ. ນີ້​ແມ່ນ​ໂຮງ​ງານ​ຮ່ວມ​ທຸລະ​ກິດ​ລະຫວ່າງ​ກຸ່ມ​ບໍລິສັດ Damen ​ໂຮ​ນລັງ ​ແລ​ະ ບໍລິສັດ​ຕໍ່​ກຳ​ປັ່ນ​ຊົງ​ເກີ໋ມ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ນາຍົກລັດຖະມົນຕີ Mark Rutte  ສະ​ແດງ​ຄວາມ​​​ເຊື່ອ​ໝັ້ນ​ຕໍ່ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດລະຫວ່າງ​ໂຮ​ນລັງ ກັບ​ຫວຽດນາມ ​ເວົ້າລວມ ​ແລະ ລະຫວ່າງ​ບັນດາ​ວິ​ສາ​ຫະກິດ​ໂຮ​ນລັງ ກັບ​ນະຄອນ​ຫາຍ​ຟ່ອງ​ເວົ້າ​ສະ​ເພາະ. ທ່ານ​ນາຍົກລັດຖະມົນຕີ ​ໂຮ​ນລັງ ຢືນຢັນ​ວ່າ ຮ່ວມ​ທຸ​ລະ​ກິດ​ໃນ​ຂົງ​ເຂດ​ຕໍ່​ກຳ​ປັ່ນ​ລະຫວ່າງ​ໂຮ​ນລັງ ​ແລະ ຫວຽດນາມ ຈະ​ບັນລຸ​ໄດ້​ບັນດາ​ຜົນງານ​ອັນ​ດີງາມ ຍ້ອນ​ການ​ສົມທົບ​ກັນ​ດ້ານ​ປະສົບ​ການ ​ແລະ ຄວາມປາດຖະໜາ​ພັດທະນາ​ຂອງ​ວິ​ສາ​ຫະກິດ 2 ປະ​ເທດ.

        ​ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີ​ໂຮ​ນລັງ ​ໄດ້​ເຂົ້າ​ຮ່ວມ​ພິທີ​ເລີ່​ມລົງມື​ກໍ່ສ້າງ​ໂຄງການ​ສູນ​ບໍລິການ​ເດີນ​ສາງ​​ເກັບ​ມ້ຽນຂອງ​ບໍລິສັດ C.Steinweg ຫາຍ​ຟ່ອງ ຈຳກັດ​ຜູ້​ດຽວ. ທ່ານ​ນາຍົກລັດຖະມົນຕີ​ໂຮ​ນລັງ ສະ​ແດງ​ຄວາມ​ເຊື້ອ​ໝັ້ນ​ວ່າ ​ໂຄງການ​ຈະ​ກາຍ​ເປັນ​ສັນຍາລັກ​ຂອງ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ, ນຳ​ມາ​ເຊິ່ງບັນດາ​ຜົນງານ​ອັນ​ດີງາມ​ໃຫ້​ແກ່​ນະຄອນ​ຫາຍ​ຟ່ອງ, ປະກອບສ່ວນ​ຍົກ​ສູງ​ທີ່​ຕັ້ງບົດບາດ​ຂອງ​ຫາຍ​ຟ່ອງ ​ໃຫ້​ກາຍ​ເປັນ​ສູນ​ມອບ​ຮັບ ​ແລະ ຂົນ​ສົ່ງ​ຂອງ​ພາກ​ເໜືອ.

ຂ່າວ/ບົດ​ອື່ນ