ນາຍົກລັດຖະມົນຕີCameronຮຽກຮ້ອງໃຫ້ຜູ້ມີສິດເລືອກຕັ້ງອັງກິດປ່ອນບັດຄືນໃໝ່

ນາຍົກລັດຖະມົນຕີCameronຮຽກຮ້ອງໃຫ້ຜູ້ມີສິດເລືອກຕັ້ງອັງກິດປ່ອນບັດຄືນໃໝ່ - ảnh 1
ໄວໜຸ່ມ ອັງກິດເຂົ້າຮ່ວມການຂົນຂວາຍຢູ່ ອີຢູ
(ພາບປະກອບຈາກສຳນັກຂ່າວສານ ຫວຽດນາມ)

(vovworld) – ກ່ອນ​ທີ່​ດຳ​ເນີນ​ການ​ລົງ​ປະຊາ​ມະຕິຄັ້ງປະຫວັດສາດ​ເພື່ອ​ຕັດສິນ​ການ​ພົວພັນ​ກັບ​ສະຫະພາບ ​ເອີ​ລົບ (ອີ​ຢູ) 2 ວັນ​, ທ່ານ​ນາຍົກລັດຖະມົນຕີ ອັງກິດ David Cameron ​ໄດ້​ຮຽກຮ້ອງ​ໃຫ້​ປະຊາຊົນ​ອັງກິດ ປ່ອນ​ບັດ​ຢູ່ “ຊາຍ​ຄາ​ລວມ” ​ເຊິ່ງ ອັງກິດ​ໄດ້​ສະໜິດ​ຕິດ​ພັນ​ຕະຫລອດ​ກ່ວາ 40 ປີຜ່ານມາ. ​ໃນ​ບົດ​ກ່າວ​ປາ​ໄສ​ຢູ່​ນອກ​ສຳນັກງານ​​ນາຍົກລັດຖະມົນຕີ ອັງກິດ, ຕອນ​ບ່າຍ​ວັນ​ທີ 21/6, ທ່ານ​ນາຍົກລັດຖະມົນຕີ Cameron ​ເນັ້ນ​ໜັກ​ວ່າ: ທ່ານ​ຢາກ​​ໂອ້​ລົມ​​ໂດ​ຍກົງ​ກັບ​ບັນດາ​ຜູ້​ມີ​ອາ​ຍຸ​ເທົ່າ​ກັນ​ກັບ​ທ່ານ ​ແລະ ບັນດາ​ຜູ້ມີ​ອາຍຸ​ສູງກ່ວາ ​ເພື່ອ​ເກ້​ຍກ່ອມ​ເຂົາ​ເຈົ້າ​ຄິດ​ໄລ່​ຊັ່ງຊາ​ກ່ຽວ​ກັບ​ຜົນ​ກະທົບ​ຂອງ​ເລື່ອງ​ຖອນອອກ​ຈາກ ອີ​ຢູ ສຳລັບ​​ໄວໜຸ່ມ. ທ່ານ​ນາຍົກລັດຖະມົນຕີ Cameron ກໍ່​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ຢ່າງ​ແຮງ​ວ່າ: ປະ​ເທດ ອັງກິດ ຈະ​ປອດ​ໄພ​ກ່ວາ, ໝັ້ນຄົງ​ເຂັ້ມ​​ແຂງ​ກ່ວາ ​ແລະ ວັດທະນາ​ຖາວອນ​ກ່ວາ​ເມື່ອສືບ​ຕໍ່​ເປັນ​ສະມາຊິກ ອີ​ຢູ ​ແລະ ປະສົບ​ການ​ເປັນ​ເວລາ 6 ປີ​ໃນ​ຖານະ​​ເປັນ​ນາຍົກລັດຖະມົນຕີ ອັງກິດ ​ໄດ້ບອກ​​ເຕືອນທ່ານ​ກ່ຽວ​ກັບ​ຄວາມ​ຈຳ​ເປັນ​ຕໍ່​ການ​ສືບ​ຕໍ່​ເປັນ​ສະມາຊິກ ອີ​ຢູ ​ແທນ​ທີ​ການ​ຖອນ​ຕົວ​ອອກ​ຍາ​ກກຸ່ມ​ນີ້.


ຂ່າວ/ບົດ​ອື່ນ