ນາຍົກລັດຖະມົນຕີກຳປູເຈຍSamdecHunsenພົບປະກັບອະດີດທະຫານອາສາສະໝັກຫວຽດນາມ

ນາຍົກລັດຖະມົນຕີກຳປູເຈຍSamdecHunsenພົບປະກັບອະດີດທະຫານອາສາສະໝັກຫວຽດນາມ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ Samdec Hunsen ພົບ​ປະ​ກັບ​ທະ​ຫານ​ອາ​ສາ​ສະ​ໝັກ​ຫວຽດ​ນາມ
ພາບ:vietnamnet

(vovworld)- ​​​ ​ຕອນ​ບ່າຍ​ວັນ​ທີ 21/12, ຢູ່ກອງ​ບັນ​ຊາ​ການ​ທະ​ຫານ​ເຂດ 7, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ Samdec Hunsen ໄດ້​ພົບ​ປະ​ສັງ​ສັນ​ກັບ​ທະ​ຫານ​ອາ​ສາ​ສະ​ໝັກ ຫວຽດ​ນາມ ປະ​ຕິ​ບັດ​ຫນ້າ​ທີ່​ສາ​ກົນ​ຢູ່​ກຳ​ປູ​ເຈຍ ຜ່ານ​ແຕ່​ລະ​ໄລ​ຍະ. ທີ່​ການ​ພົບ​ປະ​ສັງ​ສັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ Samdec Hunsen ເນັ້ນ​ຫນັກ​ວ່າ: ທ່ານ​ມີ​ຄວາມຮັບ​ຮູ້ ແລະ ເອກ​ອ້າງ​ທະ​ນົງ​ໃຈ​ກ່ຽວ​ກັບ​ສິ່ງ​ທີ່​ທະ​ຫານ​ອາ​ສາ​ສະ​ໝັກ​ຫວຽດ​ນາມ, ພັກ ແລະ ລັດ​ຫວຽດ​ນາມ ສະ​ຫງວນ​ໃຫ້​ແກ່​ປະ​ຊາ​ຊົນ ກຳ​ປູ​ເຈຍ, ກ່ຽວ​ກັບ​ການ​ພົວ​ພັນ​ສາ​ມັກ​ຄ​ີ​ມິດ​ຕະ​ພາບ​ລະ​ຫວ່າງ ສອງ​ປະ​ເທດ. 38 ປີ​ພາຍ​ຫລັງ​ຫລຸດ​ພົ້ນ​ອອກ​ຈາກ​ໄພ​ດັບ​ສູນ, ປະ​ເທດ ກຳ​ປູ​ເຈຍ ພວມ​ຟື້ນ​ຕົວ ແລະ ພັດ​ທະ​ນາ​ໃນ​ທຸກ​ດ້ານ, ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ ແລະ ກຳ​ປູ​ເຈຍ ນັບ​ມື້​ນັບ​ແຫນ້ນ​ແຟ້ນ. ຕາງ​ຫນ້າ​ໃຫ້​ບັນ​ດາ​ທະ​ຫານ​ອາ​ສາ​ສະ​ໝັກ​ຫວຽດ​ນາມ, ພົນ​ໂຕ ຈ້ຽວ​ຊວນ​ຮ່​ວາ, ວິ​ລະ​ຊົນ​ກຳ​ລັງ​ປະ​ກອບ​ອາ​ວຸດ​ປະ​ຊາ​ຊົນ, ອະ​ດີດ​ຜູ້​ບັນ​ຊາ​ການ​ທະ​ຫານ​ເຂດ 7 ໄດ້​ເນັ້ນ​ຫນັກ​ວ່າ:

        “ປະ​ຈຸ​ບັນ, ບັນ​ດາ​ກຳ​ລັງ​ທີ່​ເປັນ​ປໍ​ລະ​ປັກ​ພວມ​ຊອກ​ທຸກວິ​ທີ​ແບ່ງ​ແຍກ​ຄວາມ​ສາ​ມັກ​ຄີ, ມິດ​ຕະ​ພາບ, ການ​ຮ່ວມ​ມື, ພັດ​ທະ​ນາ​ລະ​ຫວ່າງ 3 ປະ​ເທດ ອິ​ນ​ດູ​ຈີນ, ພວກ​ຂ້າ​ພະ​ເຈົ້າ​ໝັ້ນ​ໝາຍ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ພ້ອມ​ກັບ​ປະ​ຊາ​ຊົນ ຫວຽດ​ນາມ ແລະ ກຳ​ປູ​ເຈຍ, ລາວ ເດັດ​ດ່ຽວ​ຕໍ່​ສູ້​ເຮັດ​ໃຫ້​ກົນ​ອຸ​ບາຍນັ້ນ​ປະ​ລາ​ໄຊ. ພ້ອມ​ທັງ​ເພີ່ມ​ພູນ​ຄູນ​ສ້າງ,  ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ສາ​ມັກ​ຄີ, ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ຊາດ ຫວຽດ​ນາມ -ກຳ​ປູ​ເຈຍ ຢ່າງບໍ່​ຢຸດຢັ້ງ​.”


ຕອບກັບ

ຂ່າວ/ບົດ​ອື່ນ