ນາຍົກລັດຖະມົນຕີຊີ້ນຳບັນດາກະຊວງ, ຂະແໜງການ ແລະ ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນເພີ່ມທະວີການປ້ອງກັນຕ້ານເຊື້ອພະຍາດ nCOV

(VOVWORLD) - ຕອນເຊົ້າວັນທີ 04 ກຸມພາ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ: ຫວຽດນາມ ໄດ້ກວດພົບຕື່ມອີກໜຶ່ງກໍລະນີທີ່ຕິດເຊື້ອໄວຣັດ ໂກໂຣນາ ສາຍພັນໃໝ່, ປັດຈຸບັນ ຢູ່ ຫວຽດນາມ ມີ 9 ຄົນຕິດເຊື້ອພະຍາດດັ່ງກ່າວ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຫາກໍ່ຊີ້ນຳບັນດາກະຊວງຕຳຫລວດ, ປ້ອງກັນປະເທດ, ສາທາລະນະສຸກ, ສຶກສາ, ວັດທະນະທຳ - ກິລາ ແລະ ທ່ອງທ່ຽວ, ແຮງງານ ແລະ ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນເພີ່ມທະວີການປ້ອງກັນ, ຕ້ານເຊື້ອພະຍາດທີ່ເກີດຈາກໄວຣັດ nCOV . ທ່ານນາຍົກລັດຖະມົນຕີໄດ້ຮຽກຮ້ອງໃຫ້ມີການປະຕິບັດແຍກຕົວອອກເຂດຕ່າງຫາກເພື່ອປ້ອງກັນຕ້ານພະຍາດ ສຳລັບຜູ້ເຂົ້າເມືອງ, ນັບທັງຊາວຕ່າງປະເທດເຂົ້າເມືອງທີ່ມາຈາກ ຫຼື ໄປຜ່ານ 31/31 ແຂວງ, ນະຄອນຂອງ ຈີນ ພາຍໃນເວລາ 14 ວັນຜ່ານມາ.

ນາຍົກລັດຖະມົນຕີຊີ້ນຳບັນດາກະຊວງ, ຂະແໜງການ ແລະ ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນເພີ່ມທະວີການປ້ອງກັນຕ້ານເຊື້ອພະຍາດ nCOV - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ (ພາບ: VGP)

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍ່ຮຽກຮ້ອງກະຊວງສາທາລະນະສຸກຜັນຂະຫຍາຍບັນດາມາດຕະການເຕັກນິກຢ່າງຮີບດ່ວນ ເພື່ອກວດພົບຜູ້ຕິດເຊື້ອຢ່າງວ່ອງໄວ ພ້ອມທັງນຳໃຊ້ບັນດາມາດຕະການປິ່ນປົວໃໝ່, ຮັບປະກັນບໍ່ໃຫ້ຂາດຢາປິ່ນປົວ, ບໍ່ປະໃຫ້ເກີດມີຜູ້ເສຍຊີວິດ.

        ແລະກໍ່ໃນຕອນບ່າຍວັນທີ 03 ກຸມພາ, ກ່າວຄຳເຫັນທີ່ກອງປະຊຸມຜັນຂະຫຍາຍບັນດາມາດຕະການປ້ອງກັນ, ຕ້ານການແຜ່ລະບາດຂອງໄວຣັດ nCOV ຢູ່ສຳນັກງານລັດຖະບານ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານເຊື້ອພະຍາດອັກເສບປອດທີ່ເກີດຈາກເຊື້ອໄວຣັດ ໂກໂຣນາ ສາຍພັນໃໝ່ (nCOV) ເນັ້ນໜັກວ່າ: ຕ້ອງເປັນເຈົ້າການ, ເດັດດ່ຽວ, ມີສະຕິລະມັດລະວັງໃນການປ້ອງກັນເຊື້ອພະຍາດ nCOV.

        ແລະກໍ່ໃນກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນເຈື່ອງເຊີນ ໃຫ້ຮູ້ວ່າ: ອາການສຸຂະພາບຂອງຜູ້ຕິດເຊື້ອພະຍາດດັ່ງກ່າວ ທີ່ພວມປິ່ນປົວຢູ່ບັນດາຮາກຖານສາທາລະນະສຸກລ້ວນແຕ່ມີອາການດີຂຶ້ນ. ເພື່ອເປັນເຈົ້າການໃນການປ້ອງກັນ, ຕ້ານເຊື້ອພະຍາດ, ຂະແໜງສາທາລະນະສຸກໄດ້ສົມທົບກັບກຳລັງກອງທັບ, ຕຳຫລວດ ແລະ ບັນດາກະຊວງ, ຂະແໜງການ, ກະກຽມບັນດາອຸປະກອນການແພດ ແລະ ຊັບພະຍາກອນມະນຸດຢູ່ໃນລະດັບສູງ, ພ້ອມແລ້ວທີ່ຈະຮັບໃຊ້ໃຫ້ແກ່ວຽກງານປ້ອງກັນ, ຕ້ານເຊື້ອພະຍາດໃນໄລຍະຈະມາເຖິງ.

        ຕອນບ່າຍວັນທີ 04 ກຸມພາ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ: ຫວຽດນາມ ໄດ້ກວດພົບຕື່ມອີກ 2 ກໍລະນີທີ່ຕິດເຊື້ອໄວຣັດ ໂກໂຣນາ ສາຍພັນໃໝ່, ປັດຈຸບັນ ຢູ່ ຫວຽດນາມ ມີ 10 ຄົນຕິດເຊື້ອພະຍາດດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ