ນາຍົກລັດຖະມົນຕີຊົ່ວຄາວຂອງ ປາກິດສະຖານ ສະບານຕົວຮັບດຳລົງຕຳແໜ່ງ

(VOVWORLD) - ວັນທີ 9 ສິງຫາ, ຫ້ອງວ່າການປະທານາທິບໍດີ ປາກິດສະຖານ ໃຫ້ຮູ້ວ່າ: ທ່ານປະທານາທິບໍດີ Arif Alvi ໄດ້ຍອມຮັບຂໍ້ສະເໜີແນະຂອງທ່ານນາຍົກລັດຖະມົນຕີ Shehbaz Sharif  ກ່ຽວກັບການຍຸບເລີກສະພາແຫ່ງຊາດກ່ອນ 3 ວັນທີ່ບັນດາອົງການນິຕິບັນຍັດຈະໝົດອາຍຸການ 5 ປີ ໃນວັນທີ 12 ສິງຫາ.
ນາຍົກລັດຖະມົນຕີຊົ່ວຄາວຂອງ ປາກິດສະຖານ ສະບານຕົວຮັບດຳລົງຕຳແໜ່ງ - ảnh 1ທ່ານ Anwaar – ul Haq Kakar, ນາຍົກລັດຖະມົນຕີຊົ່ວຄາວຂອງ ປາກິດສະຖານ
(ພາບ:AFP/TTXVN)

ວັນທີ 14 ສິງຫາ, ທ່ານ Anwaar – ul Haq Kakar, ນາຍົກລັດຖະມົນຕີຊົ່ວຄາວຂອງ ປາກິດສະຖານ, ສະມາຊິກສະພາສູງ ເຂົ້າພິທີສະບານຕົວຮັບດຳລົງຕຳແໜ່ງເຊິ່ງໄດ້ຖ່າຍທອດສົດໃນຊ່ອງໂທລະພາບ. ທ່ານ Kakar, ອາຍຸ 52 ປີ, ໂດຍທ່ານນາຍົກລັດຖະມົນຕີ Shehbaz Sharif ຜູ້ທີ່ໝົດອາຍຸການ ແລະ ການນຳຝ່າຍຄ້ານທ່ານ Raja Riaz ເຫັນດີເປັນເອກະພາບຄັດເລືອກໃຫ້ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີຊົ່ວຄາວ ເພື່ອຕິດຕາມກວດກາການເລືອກຕັ້ງຄັ້ງຈະມາເຖິງ. ທ່ານ Anwaar – ul Haq Kakar ຈະມີໜ້າທີ່ສ້າງຕັ້ງຄະນະລັດຖະບານ ແລະ ການນຳລັດຖະບານ , ນຳປະເທດຊາດຜ່ານຜ່າວິກິດການການເມືອງ ແລະ ເສດຖະກິດຈົນຮອດເວລາລັດຖະບານຊຸດໃໝ່ໄດ້ຮັບການເລືອກຕັ້ງ.

        ກ່ອນໜ້ານັ້ນ, ວັນທີ 9 ສິງຫາ, ຫ້ອງວ່າການປະທານາທິບໍດີ ປາກິດສະຖານ ໃຫ້ຮູ້ວ່າ: ທ່ານປະທານາທິບໍດີ Arif Alvi ໄດ້ຍອມຮັບຂໍ້ສະເໜີແນະຂອງທ່ານນາຍົກລັດຖະມົນຕີ Shehbaz Sharif  ກ່ຽວກັບການຍຸບເລີກສະພາແຫ່ງຊາດກ່ອນ 3 ວັນທີ່ບັນດາອົງການນິຕິບັນຍັດຈະໝົດອາຍຸການ 5 ປີ ໃນວັນທີ 12 ສິງຫາ. ຕາມລັດຖະທຳມະນູນ ປາກິດສະຖານ, ຖ້າຫາກສະພາແຫ່ງຊາດຍຸບເລີກກ່ອນກຳນົດເວລາ, ການເລືອກຕັ້ງຄັ້ງໃນທົ່ວປະເທດຈະໄດ້ຮັບການຈັດຂຶ້ນພາຍໃນເວລາ 90 ວັນ. ພາຍຫຼັງທີ່ຄະນະລັດຖະບານລາອອກຈາກຕຳແໜ່ງ, ນາຍົກລັດຖະມົນຕີຕ້ອງປຶກສາຫາລືກັບການນຳຝ່າຍຄ້ານໃນສະພາແຫ່ງຊາດ ເພື່ອຄັດເລືອກນາຍົກລັດຖະມົນຕີຊົ່ວຄາວຈົນຮອດຈຸດເວລາດຳເນີນການເລືອກຕັ້ງໃນທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ