ນາຍົກລັດຖະມົນຕີຍີ່ປຸ່ນຖະແ​ຫລງຍຸບເລີກສະພາຕ່ຳ

ນາຍົກລັດຖະມົນຕີຍີ່ປຸ່ນຖະແ​ຫລງຍຸບເລີກສະພາຕ່ຳ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe
(ພາບ: Kyodo/ TTXVN)

(vovworld) – ຕອນ​ບ່າຍ​ວັນ​ທີ 21/11, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe ຖະ​ແຫຼງ​ຍຸບ​ເລີກ​ສະ​ພາ​ຕ່ຳ​ເພື່ອ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ໃນ​ວັນ​ທີ 14/12 ຈະ​ມາ​ເຖິງ. ບັ້ນ​ເຄື່ອນ​ໄຫວ​ຫາ​ສຽງ​ເລືອກ​ຕັ້ງ​ຈະ​ເລີ່ມຕົ້ນ​ຢ່າງ​ເປັ​ນ​ທາງ​ການ​ໃນ​ທົ່ວ​ປະ​ເທດ​​ແຕ່​ວັນ​ທີ 2/12. ຈຸດ​ປະ​ສົງ​ຂອງ​ທ່ານ Abe ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້​ແມ່ນ​ຕີ​ລາ​ຄາ​ປະ​ຕິ​ກິ​ລິ​ຍາ​ຂອງ​ມະ​ຫາ​ຊົນ​ຕໍ່​ຂໍ​້​ຕົກ​ລົງ​ເພີ່ມ​ ອາ​ກອນ​ໃຊ້​ສອຍ​ໃນ​ສະ​ພາບ​ການ​ປະ​ກົດ​ມີ​ບັນ​ດາ​ສັນ​ຍານ​ອ່ອນ​ດ້ອຍຂອ​ງ​ເສດ​ຖະ​ກິດ ຍີ່​ປຸ່ນ ແລະ ຊຸກ​ຍູ້​ການ​ສະ​ໜັບ​ສະ​ໜູນ​ກັບ​ນະ​ໂຍ​ບາຍ “Abenomics” ຄືນ​ໃໝ່ ເພື່ອ​ແນ​ໃສ່​ຢຸດ​ຕິ​ສະ​ພາບ​ການ​ເງິນ​ຝຶດ​.

 


ຂ່າວ/ບົດ​ອື່ນ