ນາຍົກລັດຖະມົນຕີຍີ່ປຸ່ນອາດຈະຢ້ຽມຢາມລັດເຊຍໃນເດືອນ04ຈະມາເຖິງ

ນາຍົກລັດຖະມົນຕີຍີ່ປຸ່ນອາດຈະຢ້ຽມຢາມລັດເຊຍໃນເດືອນ04ຈະມາເຖິງ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຍີ່​ປຸ່ນ Shinzo Abe
(ພາບ​ປະ​ກອບ: AFP/TTXVN)


(vovworld) - ​ວັນ​ທີ 25/02, ໜັງ​ສື​ພິມ “The Japan Times” ຂອງ​ຍີ່​ປຸ່ນ​ ໃຫ້​ຮູ້​ວ່າ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຍີ່​ປຸ່ນ Shinzo Abe ພວ​ມ​ຊັ່ງ​ຊາ​ການ​ໄປ​ຢ້ຽມ​ຢາມ​ລັດ​ເຊຍ ໃນ​ເດືອນ​ 04 ຈະ​ມາ​ເຖິງ ເພື່ອ​ປຶກ​ສາ​ຫາ​ລື​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ Vladimir Putin. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Shinzo Abe ປາດ​ຖະ​ໜາ​ຢາກ​ນຳ​ໃຊ້​ການ​ພົບ​ປະ​ນີ້​ເພື່ອ​ຊຸກຍ​ູ້​ການ​ພົວ​ພັນ​ດ້ານ​ການ​ຕ່າງ​ປະ​ເທດ​ລະ​ຫວ່າງ 2 ປະ​ເທດ​ກ່ຽວ​ກັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ລວມ​ໃນ​ໝູ່​ເກາະ​ໃຕ້ Kuril ເຊິ່ງ​ລັດ​ເຊຍ ພວມ​ຄວບ​ຄຸມ ໃນ​ຂະ​ນະ​ທີ່​ຍີ່​ປຸ່ນ ກ​ໍ​ຖະ​ແຫຼງ​​ປະ​ກາດ​ມີ​ອະ​ທິ​ປະ​ໄຕ ແລະ ເອີ້ນ​ວ່າ​ແມ່ນເຂດ​ດິນ​ແດນ​ທາງ​ພາກ​ເໜືອ. ນອກນັ້ນ, ບັນ​ດາ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ແລະ ການ​ຕ່າງ​ປະ​ເທດ​ຂອງ 2 ປະ​ເທດ ຈະ​ເຊື່ອມ​ຕໍ່​ບັນ​ດາ​ການ​ເຈ​ລະ​ຈາ​ໃນ​ວັນ​ທີ 20/03 ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຄວາມ​ສະ​ຫງົບ.

ຂ່າວ/ບົດ​ອື່ນ