ນາຍົກລັດຖະມົນຕີຍີ່ປຸ່ນແລະປະທານາທິບໍດີລັດເຊຍໂອ້ລົມທາງໂທລະສັບກ່ຽວກັບບັນດາບັນຫາສາກົນ

ນາຍົກລັດຖະມົນຕີຍີ່ປຸ່ນແລະປະທານາທິບໍດີລັດເຊຍໂອ້ລົມທາງໂທລະສັບກ່ຽວກັບບັນດາບັນຫາສາກົນ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ​ແລະ
 ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin
(ພາບ: Ria Novosti)

(vovworld) - ວັນ​ທີ 22/01, ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ​ແລະ ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin ມີ​ການ​ໂອ້​ລົ​ມທາງ​ໂທລະສັບ​ກ່ຽວ​ກັບ​ບັນ​ດາ​ບັນຫາ​ລະຫວ່າງ 2 ປະ​ເທດ ກໍ່​ຄື​ໃນ​ໂລກ. ການ​ນຳ 2 ທ່ານ​ໄດ້​ເຫັນ​ດີ​ເປັນ​ເອກະສັນຈະ​ດຳ​ເນີນການ​ຢ້ຽມຢາມ​ບໍ່​ເປັນ​ທາງ​ການ​ຂອງ​ທ່ານ Shinzo Abe ​ເຖິງ ລັດ​ເຊຍ, ຫລັງ​ຈາກ​ນັ້ນ ທ່ານ Putin ຈະ​ຢ້ຽມຢາມ ຍີ່ປຸ່ນ. ກ່ອນ​ໜ້າ​ນັ້ນ, ທີ່​ການ​ພົບ​ປະ​ເຈລະຈາ​ຢູ່ ຕວກກີ ​ໃນ​ເດືອນ 11 ປີ 2014, ທ່ານ​ປະທານາທິບໍດີ Putin ສະ​ແດງ​​ແນວ​ຄວາມ​ຄິດ​ຢາກ​​ເຊີນ​ທ່ານ Shinzo Abe ມາຢ້ຽມຢາມນະ​ຄອນ​ໜຶ່ງ​ຂອງ ລັດ​ເຊຍ ຢູ່ຊານ​ກຳ​ແພງ​ນະຄອນ ມົດ​ສະ​ກູ.

        ທ່າ​ນນາຍົກລັດຖະມົນຕີ Shinzo Abe ​ແລະ ທ່ານ​ປະທານາທິບໍດີ Putin ​ເຫັນ​ດີ​ເປັນ​ເອກະ​ພາບນຳ​ກັນ​ວ່າ ​ລັດຖະບານ 2 ປະ​ເທດ​ຈະ​ຈັດ​ຕັ້ງ​ການ​ປະຊຸມ​ຂັ້ນ​ລັດຖະມົນຕີ​ຊ່ວຍ​ວ່າການ​ໃນ​ເດືອນ 2 ຈະ​ມາ​ເຖິງ​ຢູ່​ນະຄອນຫລວງ ​ໂຕ​ກຽວ ​ເພື່ອ​ ກະກຽມໃຫ້​ການ​ພົບ​ປະຄັ້ງ​ຕ່າງໆ​ຂອງ​ການ​ນຳ 2 ທ່ານ. ​ແລະ​ກໍ່​ໃນ​ການ​ໂອ້​ລົມ​ທາງ​ໂທລະສັບ, ການ​ນຳ 2 ທ່ານ​ໄດ້​ເຫັນ​ດີຮ່ວມ​ມືກັນ​ຢູ່ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ໃນ​ການ​ຮັບ​ມື​ກັບ​ເຫດ​ທົດ​ລອງ​ນິວ​ເຄຼຍຂອງ ສປປ ​ເກົາຫຼີ ​​ເມື່ອໃນ​ຕົ້ນ​ເດືອນ​ນີ້. ນອກຈາກ​ນັ້ນ, ​ໃນ​ການ​ໂອ້​ລົມ​ທາງ​ໂທລະສັບ, ການ​ນຳ 2 ທ່ານກໍ່​ໄດ້​ແລກປ່ຽນທັດສະນະ​ກ່ຽວ​ກັບ​ສະພາບການ​ຢູ່​ຕາ​ເວັນ​ອອກ​ກາງ, ​ໃນ​ນັ້ນ​ມີ​ການ​ເສິກ​ກາງ​ເມືອງ​ຢູ່ ຊີຣີ ​ແລະ ວິ​ກິດ​ການ​ຢູ່ ຢູ​ແກຼນ.​

ຂ່າວ/ບົດ​ອື່ນ