ນາຍົກລັດຖະມົນຕີປາກິດສະຖານໝັ້ນໝາຍມອບໂອນສິດອຳນາດພາຍຫລັງການເລືອກຕັ້ງ

ນາຍົກລັດຖະມົນຕີປາກິດສະຖານໝັ້ນໝາຍມອບໂອນສິດອຳນາດພາຍຫລັງການເລືອກຕັ້ງ - ảnh 1
ນາຍົກລດຖະມົນຕີ ປາກິດສະຖານ Mir Hazar Khan Khoso ​
ພາບ:Reuters


(vovworld) -  ວັນ​ທີ 3/5, ນາຍົກລັດຖະມົນຕີຊົ່ວຄາວ​ປາ​ກິດ​ສະຖານ Mir Hazar Khan Khoso ​ໄດ້​ໝັ້ນໝາຍ​ຈະ​ມອບ​ໂອນ​ສິດ​ອຳນາດ​ໃຫ້​ແກ່​ຜູ້​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ ຊື່​ງຄາດ​ວ່າ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 11/5 ຈະ​ມາ​ເຖິງ​ຢູ່​ປະ​ເທດ​ນີ້. ກ່າວ​ຄຳ​ເຫັນ​ທາງ​ໂທລະພາບ,​ທ່ານ Mir Hazar Khan Khoso ​ໄດ້​ຢືນຢັນ​ວ່າ: ຈະ​ບໍ່​ແກ່ຍາວ​ອາຍຸ​ການ​ຂອງ​ລັດຖະບານ​ຊົ່ວຄາວ​ໃນບໍ່​ວ່າ​ເງື່ອນ​ໄຂ ​ແລະ ສະພາບ​ໃດ ພ້ອມ​ທັງ​ບໍ່​ອະນຸຍາດບໍ່​ວ່າ​ຜູ້​​ໃດ​ທຳລາຍ​ສັນຕິພາບ ​ແລະ ​ເຮັດ​ໃຫ້​ຊີວິດ​ອີນຊີ ກໍ​ຄື​ຊັບ​ສິນ​ຂອງ​ປະຊາຊົນ​ຖືກ​ຜົນ​ສະທ້ອນ. ທ່ານ​ນາຍົກລັດຖະມົນຕີ Mir Hazar Khan Khoso ໝັ້ນ​ໝາຍ ການ​ເລືອກ​ຕັ້ງ​ຈະ​ດຳ​ເນີນ​ໄປ​ຢ່າງ​​ເສລີພາບ, ຍຸຕິ​ທຳ, ​ໂປ່​ງ​ໃສ ​ແລະ ສັນຕິພາບ. ລັດຖະບານ​ຈະ​ປະຕິບັດ​ບັນດາ​ມາດ​ຕະການ​ທີ່​ຈຳ​ເປັນ​ເພື່ອ​ບັນລຸ​ຈຸດໝາຍ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ