ນາຍົກລັດຖະມົນຕີລົງກວດກາການກະກຽມກອງປະຊຸມ ACMES7,CLMV8WEF ແມ່ຂອງ

ນາຍົກລັດຖະມົນຕີລົງກວດກາການກະກຽມກອງປະຊຸມ ACMES7,CLMV8WEF ແມ່ຂອງ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ລົງ​ກວດ​ກາ​ວຽກ​ງານ​ກະ​ກຽມກອງປະຊຸມ ACMES7,CLMV8 WEF ແມ່​ຂອງ
ພາບ:baomoi

(vovworld)- ຕອນ​ເຊົ້​າ​ວັນ​ທີ 23/10 ຢູ່ ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ລົງ​ກວດ​ກາ​ວຽກ​ງານ​ກະ​ກຽມ 3 ​ກອງ​ປະ​ຊຸມ​ໃຫຍ່ ຊື່ງ​ດຳ​ເນີນ​ແຕ່​ວັນ​ທີ 24-26/10 ຢູ່ ຮ່າ​ໂນ້ຍ, ນັ້ນ​ແມ່ນກອງ​ປະ​ຊຸມ​ສຸດຍອດ ຍຸດ​ທະ​ສາດ​ຮ່ວມ​ມື​ເສດ​ຖະ​ກິດ Ayeyawady- ເຈົ້າ​ພະ​ຍາ - ແມ່​ຂອງ ຄັ້ງ​ທີ 7 (ACMES7), ກອງ​ປະ​ຊຸມ​ສຸດຍອດ​ຍຸດ​ທະ​ສາດ​ຮ່ວ​ມມື​ກຳ​ປູ​ເຈຍ - ລາວ -ມຽນ​ມາ -ຫວຽດ​ນາມ ຄັ້ງ​ທີ 8 (CLMV8) ແລະ ກອງ​ປະ​ຊຸມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ ໂລກ ກ່ຽວ​ກັບ​ແມ່​ຂອງ (WEF - ແມ່​ຂອງ). ເຂົ້າ​ຮ່ວມ​ຄະ​ນະ​ກວດ​ກາ ຍັງ​ມີ​ທ່ານ​ຟ້າມ​ບີງ​ມີງ,ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ພ້ອມ​ດ້ວຍ​ການ​ນຳ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ.  ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ຍ້ອງ​ຍໍ​ວຽກ​ງານ​ກະ​ກຽມ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ​ໃຫ້​ແກ່ກອງ​ປະ​ຊຸມ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ກະ​ຊວງ​ຕຳ​ຫລວດ, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ, ຫ້ອງ​ວ່າ​ການ​ລັດ​ຖະ​ບານ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ຮ່າ​ໂນ້ຍ ແລະ ບັນ​ດາ​ຫົວ​ຫນ່ວຍ​ກ່ຽວ​ຂ້ອງ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ຫນັກ​ວ່າ: ບ​ັນ​ດາ​ກອງ​ປະ​ຊຸມ​ດັ່ງ​ກ່າວ​ແມ່ນ​ເຫດ​ການ​ສຳ​ຄັນ​ໃຫຍ່​ຂອງ​ປະ​ເທດ​ຊາດ, ສະ​ນັ້ນ ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ ຕ້ອງ​ຮີ​ບ​ເຮັ່ງ​ກວດ​ກາ ແລະ ສຳ​ເລັດ​ວຽກ​ງານ​ກະ​ກຽມ, ຮັບ​ປະ​ກັນ​ເປັນ​ຢ່າງ​ດີ, ຍົກ​ສູງອ​ິດ​ທິ​ພົນ​ຊື່​ສຽງ​ຂອງ​ຫວຽດ​ນາມ​ຕໍ່​ກັບ​ບັນ​ດາ​ປະ​ເທດ​ຕ່າງໆ. 


ຕອບກັບ

ຂ່າວ/ບົດ​ອື່ນ