ນາຍົກລັດຖະມົນຕີລາຊະອານາຈັກແດນມາກ ຢ້ຽມຢາມຫວຽດນາມ

ນາຍົກລັດຖະມົນຕີລາຊະອານາຈັກແດນມາກ ຢ້ຽມຢາມຫວຽດນາມ - ảnh 1
ທ່ານ​ນາງນາຍົກລັດຖະມົນຕີລາຊະ​ອານາຈັກ​ແດນ​ມາກ Helle Thorning Schimidt
(ພາບ: ອີນເຕີແນດ)


(vovworld) -     ​ວັນ​ທີ 7/11, ໂດຍ​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung, ທ່ານ​ນາງນາຍົກລັດຖະມົນຕີລາຊະ​ອານາຈັກ​ແດນ​ມາກ Helle Thorning Schimidt ​ເລີ່​ມຕົ້ນ​ເດີນ​ທາງ​ມາ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ. ​ໃນ​ໄລຍະ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ, ທ່ານ​ນາງນາຍົກລັດຖະມົນຕີ Helle Thorning Schimidt ຈະ​ມີ​ບັນດາ​ການ​ພົບ​ປະ​ກັບ​ການ​ນຳ​ຂັ້ນ​ສູງ​ຂອງ​ຫວຽດນາມ, ທ່ານ​ນາງນາຍົກລັດຖະມົນຕີແດນ​ມາກ ກໍ​ຈະ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ​ລະຫວ່າງ​ຫວຽດນາມ - ​ແດນ​ມາກ ຄື ການ​ສຳ​ມະ​ນາ​ກ່ຽວ​ກັບ​ການ​ດຳ​ເນີນ​ທຸລະ​ກິດ, ຢ້ຽມຢາມ​ບໍລິສັດ​ແດນ​ມາກ​ຢູ່​ຫວຽດນາມ ​ແລະ ​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ບັນດາ​ຂໍ້​ຕົກລົງ​ດ້ານ​ດານ​ຄ້າ​ລະຫວ່າງບໍລິສັດ​ຕ່າງໆ​ຂອງ​ຫວຽດນາມ ​ແລະ ​ແດນ​ມາກ. ນີ້​ແມ່ນ​ການ​ຢ້ຽມຢາມ​ເປັນ​ຄັ້ງ​ທຳ​ອິດ​ຂອງນາຍົກລັດຖະມົນຕີທ່ານ​ໜຶ່ງ​ເຖິງ​ຫວຽດນາມ ​ແລະ ​ແມ່ນ​ສັນຍາ​ນຊີ້​ໃຫ້​ເຫັນ​ການ​ພົວພັນ​ສອງ​ຝ່າຍ​ລະຫວ່າງ​ແດນ​ມາກ ​ແລະ ຫວຽດນາມ ​ໄດ້​ຮັບ​ການ​ປັບປຸງ​ຢ່າງ​ແໜ້ນ​ແຟ້ນກວ່າ.

ຂ່າວ/ບົດ​ອື່ນ