ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບທ່ານເລຂາທິການໃຫຍ່ ອາຊຽນເລເລືອງມິງ

(VOVWORLD) -ຕອນບ່າຍວັນທີ 18 ກໍລະກົດ, ຢູ່ສຳນັກງານລັດຖະບານທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕ້ອນຮັບ ທ່ານເລຂາທິການໃຫຍ່ ອາຊຽນ ເລເລືອງມິງ ແລະ ທ່ານປະທານສະຖາບັນຄົ້ນຄວ້າເສດຖະກິດ ອາຊຽນ ແລະ ອາຊີຕາເວັນອອກ (ERIA) Hidetoshi Nishimura
ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບທ່ານເລຂາທິການໃຫຍ່ ອາຊຽນເລເລືອງມິງ - ảnh 1 (ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບທ່ານເລຂາທິການໃຫຍ່ ອາຊຽນເລເລືອງມິງ)

ພວມມີການຢ້ຽມຢາມ ຫວຽດນາມ ແລະ ເຂົ້າຮ່ວມການໂອ້ລົມສົນທະນາ: “50 ປີ ອາຊຽນ: ປະຊາຄົມເສດຖະກິດ ອາຊຽນ ແລະ ກາລະໂອກາດໃຫ້ປະຊາຄົມວິສາຫະກິດ ຫວຽດນາມ”. ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບໃນ ອາຊຽນ ແລະ ຈະສຶບຕໍ່ເປັນສະມາຊິກອັນຕັ້ງໜ້າໃນການຫັນບັນດາເປົ້າໝາຍລວມຂອງ ອາຊຽນ ໃຫ້ປະກົດຜົນເປັນຈິງ, ພ້ອມກັບ ອາຊຽນ ຜ່ານຜ່າບັນດາສິ່ງທ້າທາຍໃນການພັດທະນາ. ທ່ານນາຍົກລັດຖະມົນຕີ ປາຖະໜາວ່າ: ດ້ວຍສັນຍາການຄ້າເສລີຫຼາຍສະບັບທີ່ໄດ້ລົງນາມ ແລະ ພວມລົງນາມ, ຫວຽດນາມ ພ້ອມແລ້ວເປັນຂົວຕໍ່ ແລະ ຈະສົມທົບຢ່າງແໜ້ນແຟ້ນກັບ ອາຊຽນ ເພື່ອເປີດກວ້າງການຮ່ວມມືດ້ານເສດຖະກິດການຄ້າ ກັບບັນດາຄູ່ຮ່ວມມື ແລະ ຕະຫຼາດທີ່ສຳຄັນໃນພາກພື້ນ ແລະ ສາກົນ.

        ທ່ານປະທານ Hidetoshi Nishimura ເນັ້ນໜັກ ແລະ ໃຫ້ຄຳເໝັ້ນສັນຍາວ່າ: ERIA ຈະສືບຕໍ່ສະໜັບສະໜູນ ແລະ ຊ່ວຍໜູນ ຫວຽດນາມ ໃນຂະບວນການເຊື່ອມໂຍງເຂົ້າກັບເສດຖະກິດພາກພື້ນ ແລະ ສາກົນ ຢ່າງແຂງແຮງ; ເສີມຂະຫຍາຍທີ່ຕັ້ງບົດບາດຂອງ ຫວຽດນາມ ໃນປະຊາຄົມ ອາຊຽນ.

        ໃນຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸ້ກ ກໍ່ໄດ້ໃຫ້ການຕ້ອນຮັບ ທ່ານ Osamu Masuko ຜູ້ອຳນວຍການໃຫຍ່, ຜູ້ບໍລິຫານ ກຸ່ມບໍລິສັດ Misubishi Motors, ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ດ້ວຍ ຍຸດທະສາດການພັດທະນາຂະແໜງອຸດສາຫະກຳລົດໂອໂຕປະຈຸບັນ, ຫວຽດນາມ ສ້າງເງື່ອນໄຂສະດວກໃຫ້ບັນດານັກລົງທຶນພັດທະນາຂະແໜງລົດໂອໂຕຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ