ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບລັດຖະມົນຕີວ່າການກະຊວງກະສິກຳອາເມລິກາ

ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບລັດຖະມົນຕີວ່າການກະຊວງກະສິກຳອາເມລິກາ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ
ການ​ຕ້ອນຮັບ​ທ່ານ Thomas Vilasck
(ພາບ: QuangHieu)

(vovworld) – ​ ຕອນ​ບ່າຍ​ວັນ​ທີ 25/04, ຢູ່​ສຳ​ນັກ​ງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Thomas Vilasck ລັດຖະມົນຕີ​ວ່າການ​ກະຊວງ​ກະສິກຳ ອາ​ເມ​ລິ​ກາ ທີ່​ພວມ​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນ​ຮັບ, ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ປາດ​ຖະໜາ​ວ່າ: ອາ​ເມ​ລິ​ກາ ຍູ​້​ແຮງ ​ບັນດາ​ການ​ເຄື່ອນ​ໄຫວ​ສົມທົບ​ກັນ, ໜູນ​ຊ່ວຍ ຫວຽດນາມ ​ໃນ​ການ​ຜະລິດ​ກະ​ສິກຳ ​ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດກ່ວາ​ອີກ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ກໍ່​ໃຫ້​ຮູ້​ວ່າ: ລັດຖະບານ ​ໄດ້​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ພິຈາລະນາ ​ແລະ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ: ສະພາ​ແຫ່ງ​ຊາດ ຫວຽດນາມ ຈະ​ໃຫ້​ສັດຕະຍາບັນ​ສັນຍາ TPP ​ໃນ​ໄລຍະ​ ​ໄວ​ທີ່​ສຸດ, ປະກອບສ່ວນ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​​ບັນດາ​ລາຍການ, ​ໂຄງການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ທຸກ​ຂົງ​ເຂດ​ຂອງ​ຊີວິດ​ເສດຖະກິດ​ສັງຄົມ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ປາດ​ຖະໜາ​ວ່າ ອາ​ເມ​ລິ​ກາ ຈະໜູນ​ຊ່ວຍ ຫວຽດນາມ ​ໃນ​ການ​ຍົກ​ສູງຄວາມ​ສາມາ​ດ, ​ເຕັກ​ໂນ​ໂລ​ຢີ; ​ເອົາ​ໃຈ​ໃສ່​ດ້ານ​ສຸຂະ​ອະນາ​ໄມ​ອາຫານ ​ແລະ ການ​ຜະລິດ​ປອດ​ສານ​ພິດ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ລັດຖະບານ ອາ​ເມ​ລິ​ກາ ອອກ​ໜັງສື​ອະນຸຍາດ​ນຳ​ເຂົ້າ​ສຳລັບ​ບັນດ​າປະ​ເພດ​ຜະລິດ​ຕະພັນ​ກະ​ເສດ​ຄື: ໝາກມ່ວງ, ໝາກ​ນ້ຳນົມ​ຂອງ ຫວຽດນາມ; ພ້ອມ​ທັງ ພິຈາລະນາ​ຄືນນະ​ໂຍບາຍ​ ​ເພື່ອ​ສືບ​ຕໍ່​ໜູນ​ຊ່ວຍ​ການ​ສົ່ງ​ອອກ​ປາຈາ, ປາ​ບາ​ຊາ​ຂອງ ຫວຽດນາມ ​ເຂົ້າ​ຕະຫລາດ ອາ​ເມລິ​ກາ.

        ສ່ວນ​ທ່ານ Thomas Vilasck ລັດຖະມົນຕີ​ວ່າການ​ກະຊວງ​ກະສິກຳ ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ: ລັດຖະບານ ອາ​ເມ​ລິ​ກາ ​ເອົາ​ໃຈ​ໃສ່​ທີ່​ສຸດ ​ແລະ ພ້ອມ​ແລ້ວ​ ທີ່ຈະ​ສົ່ງ​ນັກ​ຊ່ຽວຊານ​ສົມທົບ​ກັບ ຫວຽດນາມ ​ແບ່ງ​ປັ່ນ​ບົດຮຽນ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ​ໄພ​ແຫ້ງ​ແລ້ງ, ນ້ຳ​ທະ​ເລ​ຊຶມ​ເຂົ້າ ​ເພາະວ່າ ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ໃນ​ໂລກ​ຖືກ​ຜົນ​ຮ້າຍ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຢ່າງ​ໜັກໜ່ວງ. ທ່ານ Thomas Vilasck ​ໃຫ້​ຮູ້​ວ່າ: ອາ​ເມ​ລິ​ກາ ກໍ່​ຈະ​ສ້າງ​ເງື່ອນ​ໄຂ​ເປີດ​ກ້ວາງ​ຕະຫລາດ​ຜະລິດ​ຕະພັນ​ກະ​ເສດ​ສຳລັບ ຫວຽດນາມ

 

ຂ່າວ/ບົດ​ອື່ນ