ນາຍົກລັດຖະມົນຕີຫງວຽນຊວນຟຸກຖະຫວາຍທູບທຽນອາໄລຫາທ່ານເລຂາທິການໃຫຍ່ເລຢ້ວນ

ນາຍົກລັດຖະມົນຕີຫງວຽນຊວນຟຸກຖະຫວາຍທູບທຽນອາໄລຫາທ່ານເລຂາທິການໃຫຍ່ເລຢ້ວນ - ảnh 1
ທ່ານ ຫງວຽນຊວນຟຸກ ທະຫວາຍທູບທຽນອາໄລຫາທ່ານເລຂາທິການໃຫຍ່ ເລຢ້ວນ
(ພາບ: ສຳນັກຂ່າວສານ ຫວຽດນາມ)

(vovworld) – ​ເນື່ອງ​ໃນ​ໂອກາດ​ສ​ະ​ເຫຼີ​ມສະຫຼອງ​ວັນ​ເຖິງ​ວັນແກ່​ມໍລະນະ​ກຳ​ຂອງ​ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ກອມ​ມູນິດ ຫວຽດນາມ ​ເລ​ຢ້ວນ (10/7/1986 – 10/7/2016), ວັນ​ທີ 10/7, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ໄປ​ຖະ​ຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ທ່ານ ​ເລ​ຢ້ວນ ​ໃນເຮືອນ​ສ່ວນ​ຕົວ​ຂອງ​ເພີ່ນ​ (ຢູ່​ຖະໜົນ​ຮ່ວາງ​ຢ້ຽວ, ຮ່າ​ໂນ້ຍ). ທ່ານ ຫງວຽນ​ຊວນ​ຟຸກ ​ໄດ້​ສະ​ແດງ​ຄວາມ​ຮູ້​ບຸນຄຸນຕໍ່​ຜົນງານ​ອັນ​ໃຫຍ່​ຫຼວງ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ​ເລ​ຢ​້ວນ ຕໍ່​ພາລະກິດ​ປົດ​ປ່ອຍ​ຊາດ, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະພາບ​ ​ແລະ ໝັ້ນ​ໝາຍ​ພ້ອມ​ກັບລັດຖະບານ​ຮ່ວມ​ແຮງ, ຮ່ວມ​ໃຈ​ສູ້​ຊົນ​ສ້າງສາ​ປະ​ເທດ ຫວຽດນາມ ສັງຄົມ​ນິຍົມ​​ໃຫ​້ຮັ່ງມີ, ​ເຂັ້ມ​ແຂງ, ປະຊາທິປະ​ໄຕ, ຍຸຕິ​ທຳ, ສີວິ​ໄລ.

        ທ່ານ​ເລຂາທິການ​ໃຫຍ່ ​ເລ​ຢ​້ວນ ​ເກີດ​ວັນ​ທີ 7/4/1907, ​ໃນ​ຄອບຄົວ​ແຮງ​ງານທີ່​ມີ​ມູນ​ເຊື້ອ​ຮັກຊາດ​ຢູ່​ເມືອງ ຈ້ຽວຟອງ, ​ແຂວງ ກວາງ​ຈີ້. ​ໃນ​​ 26 ​ປີ​ດຳລົງຕຳ​ແໜ່​ງ​ເປັນ​ເລຂາທິການ​ຜູ້​ທີ​ໜຶ່ງ ​ແລະ ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ​ຢ່າງ​ລຽນຕິດ, ​ເພີ່ນ​ທັງ​ແມ່ນ​ການ​ນຳດ້ານ​ການ​ເມືອງ​ຜູ້​ເດັດ​ດຽວ, ນັກ​ຍຸດ​ທະ​ສາດ​ທີ່ດີ​ເດັ່ນ, ນັກ​ຈັດ​ຕັ້ງທີ່ມີ​ຄວາມ​ປິ​ຊາ​ສາມາດ, ທັງ​​ເປັນ​​ແນວ​ຄິດ​, ​ແມ່ນ​ປັນຍາ​ຊົນໃຫຍ່​ຂອງ​ການ​ປະ​ຕິ​ວັດ ຫວຽດນາມ.



ຂ່າວ/ບົດ​ອື່ນ