ນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບປະຊາຄົມຊາວຫວຽດນາມປະຈຳສະຫະພັນລັດເຊຍ

ນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບປະຊາຄົມຊາວຫວຽດນາມປະຈຳສະຫະພັນລັດເຊຍ - ảnh 1

ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ມີການ​ພົບ​ປະ​ກັບ

​ຜູ້ຕາງໜ້າ​ປະຊາ​ຄົມ​ຊາວ ຫວຽດນາມ ​ແລະ ນັກ​ສຶກສາ ຫວຽດນາມ ຢູ່ ລັດ​ເຊຍ

(vovworld) – ​​ໃນ​ຂອບ​ເຂດການ​ຢ້ຽມຢາມ​ສະຫະພັນ ລັດ​ເຊຍ ຢ່າງ​ເປັນ​ທາງ​ການ, ວັນ​ທີ 18/5, ຢູ່​ສູນວັດທະນະທຳ, ການ​ຄ້າ ຮ່າ​​ໂນ້ຍ - ມົດ​ສະ​ກູ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ມີການ​ພົບ​ປະ​ກັບ​ຜູ້ຕາງໜ້າ​ປະຊາ​ຄົມ​ຊາວ ຫວຽດນາມ ​ແລະ ນັກ​ສຶກສາ ຫວຽດນາມ ຢູ່ ລັດ​ເຊຍ. ນະ​ທີ່​ນີ້, ທ່ານ ຫງວຽນ​ຊວນ​ຟຸກ ​ໄດ້​​ແຈ້ງ​​ໃຫ້​ພໍ່​​ແມ່​ປະຊາຊົນ​ໄດ້​ຮັບ​ຊາບກ່ຽວ​ກັບ​ໝາກຜົນ​ການ​ເຈລະຈາ, ການ​ພົບ​ປະ​ກັບ​ບັນດາ​ການ​ນຳ ລັດ​ເຊຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຢັ້ງຢືນ​ວ່າ: ຜ່ານ​ການ​ພົບ​ປະ, ການ​ນຳ 2 ປະ​ເທດ​ຕີ​ລາຄາ​ສູງ​ການ​ພົວພັນ​ຮ່ວມ​ມື ຫວຽດນາມ - ສະຫະພັນ ລັດ​ເຊຍ ​ໃນ​ໄລຍະ​ຜ່ານ​ມາ​ມີ​ການ​ຫັນປ່ຽນ​ຢ່າງ​ແຮງ, ນັບ​ມື້​ນັບ​ຂະຫຍັນ​ຂັນ​ເຄື່ອນ ​ແລະ ມີ​ປະສິດທິ​ຜົນ​​ໃນ​ຫຼາຍ​ຂົງ​ເຂດ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ນຳ​ກັນ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ຢ່າງ​ຄົບ​ຊຸດ​ຄື: ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ​້ບັນດາ​ວິ​ສາ​ຫະກິດ 2 ປະ​ເທດ​ໃນ​ການ​ເຄື່ອນ​ໄຫ​ວສົ່ງ​ອອກ - ນຳ​ເຂົ້າ, ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ຄ້າ ​ແລະ ພິ​ເສດ​ແມ່ນ​ຍາດ​ແຍ່ງ​ບັນດາ​ທ່າ​ແຮງ​ຂອງ​ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ພັນທະ​ມິດ​ເສດຖະກິດ ອາຊີ - ​ເອີ​ລົບ ກໍ່​ຄື​ບັນດາ​ສັນຍາ​ການ​ຄ້າ​ເສລີ​ທີ່ ຫວຽດນາມ ​ເຂົ້າ​ຮ່ວມ​ຢ່າງ​ສູງ​ສຸດ. ທ່ານ ຫງວຽນ​ຊວນ​ຟຸກ ຍ້ອງຍໍ​ຊົມ​ເຊີຍ​ປະຊາ​ຄົມ​ຊາວ ຫວຽດນາມ ປະຈຳ ລັດ​ເຊຍ ​ໄດ້​ປະກອບສ່ວນ​ດ້ານ​ວັດ​ຖຸ ​ແລະ ຈິດ​ໃຈ​ໃຫ້​ແກ່​ບັນດາ​ການ​ເຄື່ອນ​ໄຫວ​ມະນຸດ​ສະ​ທຳ​ຢູ່​ບ້ານ​ເກີດ​ເມືອງ​ນອນ, ຫວັງ​ວ່າ​ພໍ່​ແມ່​ປະຊາ​ຊົນ​ສືບ​ຕໍ່​ສາມັກຄີກັນ, ຊ່ວຍ​ເຫຼືອ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ເພື່ອ​ໃຫ້​ຊີວິດ​ການ​ເປັນ​ຢູ່​ເປັນ​ປົກກະຕິ, ​​​ເຊື່ອມ​ຕົວ​ເຂົ້າກັບສັງຄົມ​ປະ​ເທດ​ປະຈຳ​ຖິ່ນ ​ແລະ ສືບ​ຕໍ່​ປະກອບສ່ວນ​ດ້ານ​ຈິດ​ໃຈ, ພູມ​ປັນຍາ​ໃຫ້​ແກ່​ພາ​ລະ​ກິດ​ສ້າງສາ, ພັດທະນາ​ບ້ານ​ເກີ​ດ​ເມືອງ​ນອນ, ພ້ອມ​ທັງ​ປະຕິບັດ​ບົດບາດ​ເປັນ​ຂົວ​ຕໍ່​ໃຫ້​ແກ່​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ ຫວຽດນາມ - ສະຫະພັນ ລັດ​ເຊຍ​ເປັນ​ຢ່າງ​ດີ.

ຂ່າວ/ບົດ​ອື່ນ