ນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມຕາແສງຊົນນະບົດໃໝ່ນາມຢາງ,ເງະອານ

ນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມຕາແສງຊົນນະບົດໃໝ່ນາມຢາງ,ເງະອານ - ảnh 1
(ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ
ເຮັດ​ວຽກ​ຢູ່ຕາແສງຊົນນະບົດໃໝ່ນາມຢາງ,ເງະອານ)

(vovworld) - ​​ ​ຕອນ​ເຊົ້າ​ວັນ​ທີ 15/08, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ແລະ ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ​ລັດ​ຖະ​ບານ ໄດ​້​ລົງ​ຢ້ຽມ​ຢາມ​ຕາ​ແສງ​ຊົນ​ນະ​ບົດ​ໃໝ່ ນາມ​ຢາງ, ເມືອງ​ນາມ​ດ່ານ ແລະ ບາງ​ກິດ​ຈ​ະ​ກຳໃນ​ບໍ​ລິ​ເວນ​ແຂວງ​ເງະ​ອານ. ກ່າວ​ຄຳ​ເຫັນ​ຢູ່​ທີ່ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕ​ີ ຫງວຽນ​ຊວນ​ຟຸກ ຊີ້ິ້​ແຈ້​ງວ່າ, ນອກ​ຈາກ​ບັນ​ດາ​ປັດ​ໄຈກ່ຽວ​ກັບ​ພື້ນ​ຖານ​ໂຄງ​ລ່າງ​ໄຟ​ຟ້າ, ທາງ​ຄົມ​ມ​ະ​ນາ​ຄົມ, ໂຮງ​ຮຽນ, ສຸກ​ສາ​ລາ, ຈຸດ​ໝາຍ​ຂອງ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ແມ່ນ​ສ້າງ​ຊີ​ວິດ​ທາງ​ດ້ານ​ວັດ​ຖຸ ແລະ ຈິ​ດ​ໃຈ​ໃຫ້​ປະ​ຊາ​ຊົນ​ໃຫ້​ເປັນ​ຢ່າງ​ດີກວ່າ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຖື​ວ່າ, ວຽກ​ງານ​ຕ້ອງ​ເຮັດ​ໃນ​ໄລ​ຍະ​ຈ​ະ​ມາ​ເຖິງ​ແມ່ນ​ສ້າງ​ໂຄງ​ປະ​ກອບ​ກະ​ສິ​ກຳ​ຄືນ​ໃໝ່, ປ່ຽນ​ໃໝ່​​ອົງ​ປະ​ກອບ​ຜົນ​ປະ​ປູກ, ສັດ​ລ້ຽງ ຕິດ​ພັນ​ກັບ​ຕະ​ຫຼ​າດ ແລະ ມີ​ຂອບ​ຂະ​ໜາດ​ລວມ​ສຸ​ນ, ສ້າງ​ມູນ​ຄ່າ​ເພີ່ມ​ສູງ…

        ກ່ອ​ນ​ໜ້ານັ້ນ, ທ່ານ​ນາຍ​ົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ຢ້ຽມ​ຢາມ ແລະ ສຳ​ຫຼວດ​ລະ​ດັບ​ຄວາມ​ຄ​ືບ​ໜ້າ​ການ​ຜັນ​ຈະ​ຫຍາຍ​ໂຄງ​ການ​ເຂດ​ອຸດ​ສາ​ຫະ​ກຳ VSIP ເງະ​ອານ. ນີ້​ແມ່ນ​ເຂດ​ອຸດ​ສາ​ຫະ​ກຳ​ແຫ່ງ​ທີ 7 ຂອງ VSIP ຢູ່​ຫວຽດ​ນາມ, ໄດ້​ເລີ່ມ​ລົງ​ມືກໍ່​ສ້າງ​ເມື່ອ​ເດືອນ 09/2015.

        ແລະ​ກໍ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ແລະ ຄະ​ນະ​ປະ​ຕິ​ບັດງານ​ຂອງ​ລັດ​ຖະ​ບານ ກໍ​ໄດ້​ລົງ​ຢ້ຽ​ມ​ຢາມ​ໂຄງ​ການ​ລົງ​ທຶນ​ທ່າ​ກ່ຳ​ປັ່ນ VISSAI ຢູ່​ເຂດ​ເສດ​ຖະ​ກິດຕາ​ເວັນ​ອອກ​ສ່ຽງ​ໃຕ້ - ເງະ​ອານ; ຢ້ຽ​ມ​ຢາມ​ໂຄງ​ການ​ທ່າ​ກ່ຳ​ປັ່ນ ເກືອ​ລ​ໍ່…

ຂ່າວ/ບົດ​ອື່ນ