ນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມໂຄງການໂຮງງານປຸງແຕ່ງຜະລິດຕະພັນກະເສດຢູ່ໄຕນິງ

(VOVWORLD) -ຕອນເຊົ້າວັນທີ 21 ສິງຫາ, ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໄດ້ໄປຢ້ຽມຢາມນິຄົມກະເສດ ແທງກົງບຽນຮ່ວາ, ຂຶ້ນກັບບໍລິສັດຂະແໜງກະສິກຳ TTC, ປູກຕົ້ນອ້ອຍ ແລະ ຜະລິດນ້ຳຕານ.
ນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມໂຄງການໂຮງງານປຸງແຕ່ງຜະລິດຕະພັນກະເສດຢູ່ໄຕນິງ - ảnh 1 (ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມໂຮງງານປຸງແຕ່ງຜະລິດຕະພັນກະເສດ Tinafood)

ກ່ອນໜ້ານັ້ນ, ຕອນບ່າຍວັນທີ 20 ສິງຫາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໄປຢ້ຽມຢາມໂຮງງານປຸງແຕ່ງຜະລິດຕະພັນກະເສດ Tinafood ໂດຍບໍລິສັດ Tanifood ຈຳກັດຜູ້ດຽວ (ສະມາຊິກຂອງບໍລິສັດ Lavifood) ເປັນເຈົ້າຂອງລົງທຶນ, ເຊິ່ງໄດ້ເລີ່ມກໍ່ສ້າງນັບແຕ່ກາງປີ 2017. ຄາດວ່າຈະນຳເຂົ້າເຄື່ອນໄຫວໃນເດືອນ ພະຈິກ 2018 ນີ້, ໂຮງງານຈະນຳໃຊ້ວັດຖຸດິບ 500 ໂຕນ/ວັນ ເພື່ອຜະລິດ, ດ້ວຍບັນດາຜະລິດຕະພັນຄື: ໝາກມ່ວງ, ໝາກນອດ, ໝາກນັດ, ໝາກມັງກອນ…

        ເມື່ອແລກປ່ຽນກັບການນຳໂຮງງານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ, ໃນເມື່ອໂຮງງານໄດ້ນຳເຂົ້າເຄື່ອນໄຫວຢ່າງມີປະສິດທິຜົນແລ້ວນັ້ນ ກໍ່ຈະປະກອບສ່ວນຊຸກຍູ້ວິສາຫະກິດລົງທຶນເຂົ້າຂົງເຂດກະສິກຳເຊິ່ງໄດ້ຮັບການຈັດຕັ້ງ, ສູ້ຊົນໃນໄລຍະ 10 ປີຈະມາເຖິງ, ຂະແໜງກະສິກຳຫວຽດນາມ ຈະນອນໃນ top 15 ປະເທດພັດທະນາທີ່ສຸດໃນໂລກ, ໃນນັ້ນຂະແໜງປຸງແຕ່ງຜະລິດຕະພັນກະເສດຈະຢືນຢູ່ໃນ top 10 ໃນໂລກ. ທ່ານນາຍົກລັດຖະມົນຕີກໍ່ສະເໜີໃຫ້ການນຳແຂວງ ໄຕນິງ ໜູນຊ່ວຍຊາວກະສິກອນເພື່ອກະກຽມແຫຼ່ງວັດຖຸດິບສະໜອງໃຫ້ແກ່ໂຮງງານເປັນຢ່າງດີ, ພ້ອມກັນນັ້ນກໍ່ຕ້ອງຮັບປະກັນລາຄາໃນການເກັບຊື້ຢ່າງເປັນປົກກະຕິໃຫ້ແກ່ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ