ນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນຢູ່ເຂດໄຕງວຽນປີ 2017

ນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນຢູ່ເຂດໄຕງວຽນປີ 2017 - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ພ້ອ​ມ​ກັບ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ລົງ​ທຶນ​ຢູ່​ເຂດ​ໄຕ​ງວຽນ​ປີ 2017


(vovworld)- ຕອນ​ເຊົ້າວັນ​ທີ 11/3, ຢູ່​ນະ​ຄອນບວນ​ມາ​ຖວດ, ແຂວງ​ດັກ​ລັກ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ພ້ອ​ມ​ກັບ​ຜູ້​ແທນ​ປະ​ມານ 1000 ຄົນ​ຢູ່​ພາຍ​ໃນ​ປະ​ເທດ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ລົງ​ທຶນ​ຢູ່​ເຂດ​ໄຕ​ງວຽນ​ປີ 2017. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ,  ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ຖື​ວ່າ ພາຍຫຼັງ 40 ປີ​ແຫ່ງວັນ​ປົດ​ປ່ອຍ, ເຂດ​ໄຕ​ງວຽນ​ຍັງ​ບໍ່​ທັນ​ຫັນ​ຕົນ​ເອງ​ໄປ​ທັນ​ກັບ​ປະ​ເທດ​ຊາດ ແລະ ຍຸກ​ສະ​ໄໝ. ຕາມ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ແລ້ວ, ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ເຂດ​ໄຕ​ງວຽນ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ຂຸດ​ຄົ້ນຢ່າງ​ຖືກ​ຕ້ອງ​ໃນຫຼາຍ​ຂົງ​ເຂດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກສະ​ເໜີ​ວ່າ :

    “ ທາງ​ດ້ານ​ການ​ທ່ອງ​ທ່ຽວ, ເຂດ​ໄຕ​ງວຽນຄວນ​ມີ​ຍຸດ​ທະ​ສາດ​ພັດ​ທະ​ນາ​ຢ່າງ​ມີຫຼາຍ​ຮູບຫຼາຍ​ແບບ​ຄື ທ່ອງ​ທ່ຽວ​ຊີ​ວະ​ພາບ, ທ່ອງ​ທ່ຽວ​ເຂດ​ຊຸມ​ຊົນ, ທ່ອງ​ທ່ຽວ​ວັດ​ທະ​ນະ​ທຳ, ທ່ອງ​ທ່ຽວ​ພັກ​ຜ່ອນ​ບຳ​ລຸງ​ສຸ​ຂະ​ພາບ….ທາງ​ດ້ານ​ກະ​ສີ​ກຳ, ຕ້ອງ​ສ້າງ​ເຂດ​ປູກ​ສະ​ເພາະ​ດ້ວຍ​ເນື້ອ​ທີ່​ໃຫຍ່ ແລະ ຕ້ອງ​ພັດ​ທະ​ນາ​ຕາມ​ກະ​ສີ​ກຳ​ອົງ​ຄະ​ທາດ, ກະ​ສີ​ກຳ​ສະ​ອາດ​ລວມ​ສູນ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່. ທາງ​ດ້ານ​ພື້ນ​ຖານ​ໂຄງ​ລ່າງ, ຕ້ອງ​ສຸມ​ແຫຼ່ງ​ກຳ​ລັງ​ເພື່ອ​ມີ​ບາງ​ໂຄງ​ການ​ພື້ນ​ຖານ​ໂຄງ​ລ່າງສຳ​ຄັນ​ຢູ່​ເຂດ. ຕໍ່​ຈາກນັ້ນ ແມ່ນ​ຕ້ອງວາງ​ແຜນ​ກຳ​ນົດ​ພົນ​ລະ​ເມືອງ​ຄືນ​ໃໝ່ ”

 

ນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນຢູ່ເຂດໄຕງວຽນປີ 2017 - ảnh 2
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກເຂົ້າ​ຮ່ວມງານ​ບຸນ​ກາ​ເຟບວ​ນ​ມາ​ຖວດ​ຄັ້ງ​ທີ 6, ງານ​ມະ​ໂຫລານ​ວັດ​ທະ​ນະ​ທຳ​ຄ້ອງ​ເຂດ​ໄຕ​ງວຽນ

 ທີ່​ພິ​ທີ​ໄຂ​ງານ​ບຸນ​ກາ​ເຟບວ​ນ​ມາ​ຖວດ​ຄັ້ງ​ທີ 6, ງານ​ມະ​ໂຫລານ​ວັດ​ທະ​ນະ​ທຳ​ຄ້ອງ​ເຂດ​ໄຕ​ງວຽນເມື່ອ​ຕອນ​ຄ່ຳ​ວັນ​ທີ 10/3 ຢູ່​ແຂວງ​ດັກ​ລັກ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ເນັ້ນ​ໜັກ

     “ ພວກ​ເຮົາ​ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ໃຫ້ເຂດ​ໄຕ​ງວຽນ​ຍາມ​ໃດ​ກໍ​ຝັງ​ເລິກ​ໃນ​ດວງ​ໃຈ​ຂອງ​ບັນ​ດາ​ຜູ້​ນິ​ຍົ​ມ​ບໍ​ລິ​ໂພກ​ກາ​ເຟ​ໃນ​ທົ່ວ​ໂລກ. ຂະ​ແໜງ​ການ​ທ່ອງ​ທ່ຽວ, ກະ​ສີ​ກຳ, ຕົ້ນ​ກາ​ເຟ​ຄວນ​ເອົາ​ໃຈ​ໃສ່​ກ່ຽວ​ກັບ​ຍຸດ​ທະ​ສາດ ແລະ ເຈດ​ຈຳ​ນົງ. ຈົ່ງ​ພ້ອມ​ກັນ​ຫັນ​ແຫ່ງນີ້ ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ສະ​ຖານ​ທີ່​ຊິມ​ລົດ​ຊາດ​ກາ​ເຟ​ທີ່​ເປັນ​ເອ​ກະ​ລັກ​ເບີ​ໜຶ່ງ​ໃນ​ໂລກ. ຢູ່​ແຫ່ງນີ້ ພວກ​ເຮົາ​ຈະ​ໄດ້​ດື່ມ​ກາ​ເຟ​ທີ່​ມີ​ລົດ​ຫອມ​ພິ​ເສດ​ໃນ​ທ່າມ​ກາງ​ສຽງ​ຄ້ອງ​ຢູ່​ເຂດ​ພູ​ຜາ​ປ່າ​ໄມ້​ໄຕ​ງວຽນ​ພ້ອມ​ກັບ​ຈິດ​ໃຈ​ຮັກ​ແພງ​ແຂກ​ຂອງ​ຊາວ​ທ້ອງ​ຖິ່ນ​ອີ​ດ້ວຍ.  ”

ຂ່າວ/ບົດ​ອື່ນ