ນາຍົກລັດຖະມົນຕີຫງວຽນເຕີ້ນຢຸ້ງ ຕ້ອນຮັບນາຍົກລັດຖະມົນຕີລາວ ທອງສິງທຳມະວົງ

ນາຍົກລັດຖະມົນຕີຫງວຽນເຕີ້ນຢຸ້ງ ຕ້ອນຮັບນາຍົກລັດຖະມົນຕີລາວ ທອງສິງທຳມະວົງ - ảnh 1
ທ່ານ​ນາຍົກລັດຖະມົນຕີ​ຫວຽດນາມ ​ຫງວຽນ​ເຕີ້​ນຢຸ້ງ
ແລະ ​ທ່ານ​ນາຍົກລັດຖະມົນຕີ​ລາວ ທອງ​ສິງ​ທຳ​ມະ​ວົງ
Vovworld- ຕອນ​ເຊົ້າ​ວັນ​ທີ 26 ກຸມພາ, ຢູ່​ນະຄອນ ກຸຍ​ເຍີ​ນ ​ແຂວງ​ບີ​ງດິ້ງ, ທ່ານ​ນາຍົກລັດຖະມົນຕີ​ຫວຽດນາມ​ຫງວຽນ​ເຕີ້​ນຢຸ້ງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ນາຍົກ ລັດຖະມົນຕີ​ລາວ ທອງ​ສິງ​ທຳ​ມະ​ວົງ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ລັດຖະບານ​ແຫ່ງ​ສປປລາວ. ທີ່​ການ​ຕ້ອນຮັບ, ທ່ານ​ນາຍົກລັດຖະມົນຕີ​ຫວຽດນາມ​ຫງວຽນ​ເຕີ້​ນຢຸ້ງ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຜົນງານອັນ​ໃຫຍ່​ຫຼວງ​ທີ່ລັດຖະບານ​ແລະ​ປະຊາຊົນ​ລາວອ້າຍ​ນ້ອງ​ຍາດ​ມາ​ໄດ້​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ ​ແລະ ຍົກ​ສູງ​ທີ່​ຕັ້ງ​ບົດບາດ​ໃນ​ເວທີ​ສາກົນ. ທ່ານ​ນາຍົກລັດຖະມົນຕີ​ຫວຽດນາມ​ຫງວຽນ​ເຕີ້​ນຢຸ້ງຖື​ວ່າ: ໝາກຜົນ​ຂອງ​ການ​ຢ້ຽມຢາມ ​ແລະ ສຳ​ຫຼວດຕົວ​ຈິງ​ຢູ່​ບາງ​ທ້ອງ​ຖິ່ນ​ຂອງ​ຫວຽດນາມ​ຂອງຄະນະໃນຄັ້ງນີ້ ແມ່ນມີຄວາມໝາຍພິເສດ, ບໍ່ພຽງແຕ່ປະກອບ ສ່ວນຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ຄວາມສາມັກຄີແບບ ພິເສດ ຫວຽດນາມ-ລາວເທົ່ານັ້ນ, ຫາກຍັງ​ເປັນ​ກາ​ນຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ, ​ເປັນ​ຕົ້ນ​ແມ່ນ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ສຶກສາ ​ແລະ ກໍ່ສ້າງ​ອີກ​ດ້ວຍ. ທ່ານ​ນາຍົກລັດຖະມົນຕີ​ຫວຽດນາມ​ຫງວຽນ​ເຕີ້​ນຢຸ້ງ​ເນັ້ນ​ໜັກ​ວ່າ: “ 2 ປະ​ເທດມີ​ສາຍພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ນ້ຳ​ໃຈ​ສາມັກຄີ​ແບບ​ພິ​ເສດ ​ແລ​ະ ການ​ຮ່ວມ​ມື​ຮອບດ້ານ. ດ້ວຍ​ທຸກໆ​ຮູບ​ແບບ, 2 ຝ່າຍ​ມານະ​ພະຍາຍາມ​ຊອກ​ຫາ​ທຸກໆ​ມາດ​ຕະການ​ແກ້​ໄຂ​ການ​ຮ່ວມ​ມື​ເປັນ​ປົກກະຕິ, ສະໜັບສະໜູນຊ່ວຍເຫຼືອຊຶ່ງກັນແລະກັນເພື່ອພ້ອມກັນພັດທະນາໃນ ທຸກໆຂົງເຂດ ”

  ທ່ານ​ນາຍົກລັດຖະມົນຕີ​ຫວຽດນາມ ​ຫງວຽນ​ເຕີ້​ນຢຸ້ງ ແລະ ​ທ່ານ​ນາຍົກ ລັດຖະມົນຕີ​ລາວ ທອງ​ສິງ​ທຳ​ມະ​ວົງ ໄດ້ເຫັນດີເປັນເອກະສັນກັນວ່າ: 2 ຝ່າຍຍູ້ແຮງການໄປມາຢ້ຽມຢາມຊຶ່ງກັນ ແລະ ກັນ, ຕັ້ງໜ້າຊີ້ນຳການປະຕິບັດ ບັນດາສັນຍາທີກົມການເມືອງສູນກາງພັກ ແລະ ການນຳ 2 ປະເທດໄດ້ເປັນ ເອກະພາບນຳ​ກັນ, ຄະນະ​ກຳມາ​ທິການ​ລະຫວ່າງ​ລັດຖະບານ ຫວຽດນາມ-ລາວ​ຄວນ​ພົບ​ປະ​ແລກປ່ຽນ​ເປັນ​ປະຈຳ, ​ເສີມ​ຂະຫຍາຍ​ບັນດາ​ກົນ​ໄກ​ຮ່ວມ​ມື​ທີ່​ມີ​ມາ​ແລ້ວ, ​ແກ້​ໄຂ​ຄວາມ​ຫຍຸ້ງຍາ​ກ, ສິ່ງ​ຄ້າງຄາ​ຢ່າງ​ທັນ​ການ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ 2 ປະ​ເທດ​ໃຫ້​ນັບ​ມື້​ເຂົ້າ​ສູ່​ລວງ​ເລິກ, ມີ​ປະສິດທິ​ຜົນ ​ແລະ ​ແທດ​ຈິງ. 2 ຝ່າຍ​ສືບ​ຕໍ່ຍູ້​ແຮງການຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ແທດ​ຈິງ​ໃນ​ “ ປີສາມັກຄີ​ມິດຕະພາບ​ຫວຽດນາມ-ລາວ 2012 ”.​

ຂ່າວ/ບົດ​ອື່ນ