ນາຍົກລັດຖະມົນຕີຫງວຽນເຕີ້ນຢຸງ ຕ້ອນຮັບຮອງນາຍົກລັດຖະມົນຕີແບນຊິກ

    ນາຍົກລັດຖະມົນຕີຫງວຽນເຕີ້ນຢຸງ ຕ້ອນຮັບຮອງນາຍົກລັດຖະມົນຕີແບນຊິກ  - ảnh 1
ທ່ານນາ​ຍົກ​ລັດຖະມົນຕີຫວຽດນາມ ຫງວຽນ​ເຕີ້​ນຢຸງ ຕ້ອນຮັບ ທ່ານຮອງນາ​ຍົກ​ລັດຖະມົນຕີ ລາຊະອານາຈັກແບນຊິກ Johan Vande Lanotte      (ພາບ : TTXVN)

(vovworld)- ຕອນ​ບ່າຍ​ວັນ​ທີ 20/1, ຢູ່​ຮ່າ​ໂນ້ຍ, ​ໃນ​ການ​ຕ້ອນຮັບ​ທ່ານຮອງນາ​ຍົກ​ລັດຖະມົນຕີ ລາຊະອານາຈັກແບນຊິກ Johan Vande Lanotte ຊຶ່ງ​ພວຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ, ທ່ານນາ​ຍົກ​ລັດຖະມົນຕີຫວຽດນາມ ຫງວຽນ​ເຕີ້​ນຢຸງ ​ເນັ້ນ​ໜັກ​ວ່າ ປີ​ນີ້ ຫວຽດນາມ ​ແລະ ​ແບນ​ຊິກຈັດ​ຕັ້ງ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ, ນີ້​ແມ່ນ​ຫຼັກ​ໝາຍ​ສຳຄັນ​ໃນ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ. ຫວຽດນາມ ຫວັງ​ຢາກ​ພ້ອມ​ກັບແບນ​ຊິກຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ທຶນ ODA , ກໍ​ຄື​ສະໜັບສະໜູນ​ກັນ​ໃນ​ເວ​ທີ່​ສາກົນ. ທ່ານນາ​ຍົກ​ລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ້​ນຢຸງຢືນຢັນ​ວ່າ ລັດຖະບານ​ຫວຽດນາມ ຈະ​ສ້າງ​ທຸກ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ເພື່ອ​ໃຫ້​ບັນດາ​ນັກ​ລົງທຶນ​ແບນ​ຊິກ​ລົງທຶນ​ຢູ່​ຫວຽດນາມ​ຢ່າງ​ສຳ​ເລັດ​ຜົນ. ທ່ານນາ​ຍົກ​ລັດຖະມົນຕີຫວຽດນາມ ຫງວຽນ​ເຕີ້​ນຢຸງ ສະ​ເໜີ​ແບ​ນຊິກ ຈົ່ງ​ສະໜັບສະໜູນ ​ແລະ ຍູ້​ໄວ​ການ​ເຈລະຈາ​ສັນຍາ​ການ​ຄ້າເສລີລະຫວ່າງ ຫວຽດນາມ ​ແລະ EU ​ໃຫ້​ສຳ​ເລັດ​ ກໍ​ຄື​ຮັບ​ຮູ້​ພື້ນຖານ​ເສດຖະກິດ​ຕະຫຼາດ​ຂອງ​ຫວຽດນາມ ໂດຍ​ໄວ. 

ຂ່າວ/ບົດ​ອື່ນ