ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຕ້ອນຮັບຜູ້ອຳນວຍການຝ່າຍບໍລິຫານເວທີປາໄສເສດຖະກິດໂລກ

ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຕ້ອນຮັບຜູ້ອຳນວຍການຝ່າຍບໍລິຫານເວທີປາໄສເສດຖະກິດໂລກ - ảnh 1
ທ່ານ Philipp Rosler ແລະ ທ່ານ ຫງວຽນ​ເຕີນ​ຢູ້ງ
(ພາບ: VGP
)

(vovworld) - ​​​ວັນ​ທີ 28/11, ທີ່​ການ​ຕ້ອນ​ຮັບ​ທ່ານ Philipp Rosler, ຜູ້​ອຳ​ນວຍ​ການ​ຝ່າຍ​ບໍ​ລິ​ຫານ​ເວ​ທີ​ປ​າ​ໄສ​ເສດ​ຖະ​ກິດ​ໂລກ (WEF), ​ທີ່ພວມ​​ຢ້ຽມ​ຢາມ ແລ​ະ ເຮັດ​ວຽກ​ຢູ່ ຫວຽດ​ນາມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ຕີ​ລາ​ຄາ​ສູງ​ການ​ຮ່ວມ​ມື​ຢ່າງມີ​ປະ​ສິດ​ທິ​ຜົນ ແລະ ດີ​ງາມ​ລະ​ຫວ່າງ ຫວຽດ​ນາມ ແລະ WEF. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ WEF ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ກັບ ຫວຽດ​ນາມ ເພື່ອ​ດຳ​ເນີນ​ການ​ຕີ​ລາ​ຄາ​ຄວາມ​​ສາ​ມາດແກ່ງ​ແຍ້ງ​ແຫ່ງ​ຊາດ​ປະ​ຈຳ​ປີ, ພິ​ເສດ​ແມ່ນ​ຊີ້​ອອກ​ບັນ​ດາ​ສິ່ງ​ຈຳ​ກັດ, ອ່ອນ​ດ້​ອຍ, ສາ​ຍ​ເຫດ ແລະ ບັນ​ດາ​ທິດ​ທາງ, ມາດ​ຕະ​ການ​ເພື່ອ​ແກ້​ໄຂ ແລະ ຍົກ​ສູງ​ຄວາມ​ແກ່ງ​ແຍ້ງ​ແຫ່ງ​ຊາດ​ຂອງ ຫວຽດ​ນາມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ຮູ້​ວ່າ: ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ປ​ະ​ທານ WEF, ສາດ​ສະ​ດາ​ຈານ Klaus Schwab, ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ລັດ​ຖະ​ບານ ຫວຽດ​ນາມ ຈະ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ​ຢູ່ Davos, ​ປະ​ເທດສະ​ວິດ ໃນ​ເດືອນ 1/2015. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ WEF ໜູນ​ຊ່ວຍ ແລະ ຈັດ​ຕັ້ງ​ບັນ​ດາ​ເຫດ​ການ​ຂອງ ຫວຽດ​ນາມ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ນັກ​ການ​ເມືອງ ແລະ ວິ​ສາ​ຫະ​ກິດ​ອັນ​ດັບ​ໜຶ່ງ​ຂອງ​ໂລກ​ເພື່ອ​ໃຫ້ ຫວຽດ​ນາມ ປະ​ກາດ ແລະ ໂອ້​ລົມ​ສົນ​ທະ​ນາ​ກ່ຽວ​ກັບ​ສະ​ພາບ​ການ, ແງ່​ຫວັງ, ກຳ​ນົດ​ທິດ​ພັດ​ທະ​ນາ​ຂອງ​ເສດ​ຖະ​ກິດ ຫວຽດ​ນາມ ກໍ່​ຄື​ແງ່​ຫວັງ​ຂອງ​ປະ​ຊາ​ຄົມ ອາ​ຊຽນ. ຫວຽດ​ນາມ ຈະ​ສົມ​ທົບ​​ກັນຢ່າງ​ມີ​ປະ​ສິດ​ທິ​ຜົນ​ເພື່ອ​ປະ​ກອບ​ສ່ວນ​ໃຫ້​ບັນ​ດາ​ຜົນ​ສຳ​ເລັດ​ຂອງ WEF Davos ຈະ​ມາ​ເຖິງ.

 




ຂ່າວ/ບົດ​ອື່ນ