ນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງຕ້ອນຮັບລັດຖະມົນຕີກະຊວງພາຍໃນເລັດເຊຍ

ນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງຕ້ອນຮັບລັດຖະມົນຕີກະຊວງພາຍໃນເລັດເຊຍ - ảnh 1
ທ່າ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ໋ນຢຸງ
​ຕ້ອນຮັບ​ທ່ານ Vladimir Kolokoltsev
(ພາບ: VGP/NhatBac)

(vovworld) - ຕອນ​ບ່າຍ​ວັນ​ທີ 21/03 ຢູ່​ຮ່າ​ໂນ້ຍ, ທ່າ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ໋ນຢຸງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Vladimir Kolokoltsev ລັດຖະມົນຕີ​ວ່າການ​ກະຊວງ​ພາຍ​ໃນ​ສະຫະພັນ ລັດ​ເຊຍ. ທີ່​ການ​ຕ້ອນຮັບ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ຕີ​ລາຄາ​ສູງ​ການ​ຢ້ຽມຢາມ ​ແລະ ​ເຮ​ັດວຽກ​ຂອງ​ຄະນະ ກໍ່​ຄື​ໝາກຜົນ​ການ​​ເຈລະຈາ​ລະຫວ່າງ​ລັດຖະມົນຕີ​ວ່າການ​ກະຊວງ​ຕຳຫລວດ ຫວຽດນາມ ​ແລະ ລັດຖະມົນຕີ​ວ່າການ​ກະຊວງ​ພາຍ​ໃນ​ສະຫະພັນ ລັດ​ເຊຍ. ໝາກຜົນ​ການ​ຢ້ຽມຢາມ ບໍ່​ພຽງ​ແຕ່​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ກະຊວງ​ເທົ່າ​ນັ້ນ ຫາກ​ຍັງ​ປະກອບສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​​ໃນການ​ຊຸກຍູ້​ສາຍ​ພົວພັນ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ໃນ​ທຸກ​ຂົງ​ເຂ​ດອີກ​ດ້ວຍ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ຢືນຢັນ​ວ່າ: ຫວຽດນາມ ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນຢ່າງສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ​ເພື່ອ​ພ້ອມ​ກັບ​ ລັດ​ເຊຍ ສືບ​ຕໍ່​ຊຸກຍູ້​ການ​ພົວພັນຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ​​ໃຫ້ນັບ​ມື້​ນັບ​ແທ້​ຈິງ, ມີ​ປະສິດທິ​ຜົນ, ນຳ​ມາ​ຜົນ​ປະ​ໂຫຍ​ດຢ່າງ​ແທດ​ຈິງ​ໃຫ້​ປະຊາຊົນ 2 ປະ​ເທດ. ລັດຖະບານ ຫວຽດນາມ ຍາມ​ໃດ​ກໍ່​ສະໜັບສະໜູນ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລະຫວ່າງ​ກະຊວງ​ຕຳຫລວດ ຫວຽດນາມ ​ແລະ ກະຊວງ​ພາຍ​ໃນ ລັດ​ເຊຍ, ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ກ່ຽວ​ກັບ​​ເລື່ອງ​ກໍ່ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ; ​ແບ່ງປັນ, ​ແລກປ່ຽນ​ບົດຮຽນ ​ແລະ ການຮ່ວມ​ມືກ່ຽວ​ກັບ​ການ​ຕ້ານ​ກໍ່​ການ​ຮ້າຍ, ປ້ອງ​ກັນ​ຕ້ານ​​​ອາດຊະຍາ​ກຳປະ​ເພດຕ່າງໆ; ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ, ຄວາມ​ປອດ​ໄພ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ.

ຂ່າວ/ບົດ​ອື່ນ