ນາຍົກລັດຖະມົນຕີຫງວຽນເຕີນຢູ້ງ:ປຸກລະດົມຂະບວນການບໍລິຈາກເລືອດ,ອະໄວຍະວະເພື່ອກອບກູ້ຊີວິດຄົນເຈັບ

ນາຍົກລັດຖະມົນຕີຫງວຽນເຕີນຢູ້ງ:ປຸກລະດົມຂະບວນການບໍລິຈາກເລືອດ,ອະໄວຍະວະເພື່ອກອບກູ້ຊີວິດຄົນເຈັບ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ເຮັດ​ວຽກ​ກັບ​ສູນ​ກາງ​ສະ​ພາ​ກາ​ແດງ ຫວຽດ​ນາມ
(ພາບ: nguyentandung.org)

(vovworld) – ​ຕອນ​ບ່​າຍ​ວັນ​ທີ 24/3, ທີ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ເຮັດ​ວຽກ​ກັບ​ສູນ​ກາງ​ສະ​ພາ​ກາ​ແດງ ຫວຽດ​ນາມ. ນະ​ທີ່ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ຕີ​ລາ​ຄາ​ສູງ ຄວາມ​ມາ​ນະ​ພະ​ຍາ​ຍາມ​ສູ້​ຊົນ, ຮ​ັບ​ຜິດ​ຊອບ​ຂອງ​ສູນ​ກາງ​ສະ​ພາ​ກາ​ແດງ ຫວຽດ​ນາມ, ບັນ​ດາ​ຂະ​ບວນ​ການ, ບັນ​ດາ​ການ​ຂົນ​ຂວາຍ​ຂອງ​ສະ​ພາ​ໄດ້​ປະ​ກອບ​ສ່ວນ​ແທດ​ຈິງ​ເຂົ້າ​ໃນ​ຜົນ​ງານ​ລວມ​ຂອງ​ປະ​ເທດ​ຊາດ, ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ອັນ​ດີ​ງາມ​ຂອງ​ຊາ​ດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​​ທາງສະ​ພາ​​ກາ​ແດງສືບ​ຕໍ່​ເສີມ​ຂະ​ຫຍາຍ​ບັນ​ດາ​ຜົນ​ງານ​ທີ່​ບັນ​ລຸ​ໄດ້, ​ປະ​ຕິ​ບັດ​ຢ່າງ​ໃກ​້​ຊິດ 7 ໜ້າ​ທີ່​ຕົ້ນ​ຕໍ​ທີ່​ໄດ້​​ລະ​ບຸ​ໄວ້​ໃນ​ກົດ​ໝາຍ​ວ່າ​ດ້ວຍ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ກາ​ແດງ ແລະ 7 ຫຼັກ​ການ​ພື້ນ​ຖານ​ຂອງ​ຂະ​ບ​ວນ​ການ​ສະ​ພາ​ກາ​ແດງ - ຊິກວົງ​ເດືອນ​ແດງ​ສາ​ກົນ. ໃນ​ນັ້ນ​ເອົາ​ໃຈ​ໃສ່​ເຖິງວຽກ​ງານ​​ເບິ່ງ​ແຍງ​ສຸ​ຂະ​ພາບ​ຂ​ອ​ງ​ປະ​ຊາ​ຊົນ, ຍູ້​ແຮງ​ການ​ຂົນ​ຂ​ວາຍ​ບໍ​ລິ​ຈາກ​ເລືອດ, ອະ​ໄວ​ຍະ​ວະ… ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຊີ້​ແຈ້ງວ່າ:

        “ປະ​ຈຸ​ບັນ, ບັນ​ດາ​ໂຮງ​ໝໍ​ຢູ່ ຫວຽດ​ນາມ ຂາດ​ແຄນ​ເລືອດ​ຮ​ັບ​ໃຊ້​ໃນ​ການກອບ​ກູ້​ເອົາ​ຊີ​ວິດ​​ຄົນ​ເຈັບ, ດັ່ງ​ນັ້ນ, ສະ​ພາ​ກາ​ແດງ ປະ​ຕິ​ບັດ​ວຽກ​ງານ​ບໍ​ລິ​ຈາກ​ເລືອດ​ແມ່ນ​ແທດ​ຈິງ​ທີ່​ສຸດ. ປະ​ຈຸ​ບັນ, ບັນ​ດາ​ໂຮງ​ໝໍ ຫວຽດ​ນາມ ໄດ້​​ຜ່າ​ຕັດປ່ຽນ​ອະ​ໄວ​ຍະ​ວະ ແລະ ບັນ​ລ​ຸ​ຜົນ​ງານ​ເປ​ັນ​ຢ່າງ​ດີ. ປະ​ຈຸ​ບັນ, ພວກ​ເຮົາ​ປະ​ຕິ​ບັດ​ດີ​ແລ້ວ, ພວກ​ເຮົາ​ຕ້ອງ​ເສີມ​ຂະ​ຫຍາຍ ແລະ ຂົນ​ຂວາຍ​ປະ​ຊາ​ຊົນ​ພ້ອມ​ກັນ​ເຂົ້າ​ຮ່ວມກ​ານ​ບໍ​ລິ​ຈາກ​ອະ​ໄວ​ຍະ​ວະ​ເພື່ອ​ກູ້​ເອົາ​ຊີ​ວິດ​​ຄົນ​ເຈັບ”


ຂ່າວ/ບົດ​ອື່ນ