ນາຍົກລັດຖະມົນຕີຫງວຽນເຕີນຢຸງພົບປະສົນທະນາກັບບັນດາວິສາຫະກິດຍີ່ປຸ່ນ

ນາຍົກລັດຖະມົນຕີຫງວຽນເຕີນຢຸງພົບປະສົນທະນາກັບບັນດາວິສາຫະກິດຍີ່ປຸ່ນ - ảnh 1
(ທ່ານ​ນາຍົກລັດຖະມົນຕີຫງວຽນເຕີນຢຸງ
ພົບປະສົນທະນາກັບບັນດາວິສາຫະກິດຍີ່ປຸ່ນ)


​​(vovworld) - ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ແມ່ນ້ຳຂອງ - ຍີ່ປຸ່ນ ຄັ້ງທີ 7 ຢູ່​ຍີ່ປຸ່ນ. ຕອນ​ເຊົ້າ​ວັນ​ທີ 03/07, ຢູ່​ນະຄອນ​ຫຼວງ​ໂຕ​ກຽວ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ​ນຢຸງ ​ໄດ້​ເຂົ້າ​ຮ່ວມ ​ແລະ ​ເປັນ​ປະທານ​ການ​ພົບປະສົນທະນາ​ກັບ 15 ກຸ່ມ​ບໍລິສັດ​ໃຫຍ່​ຂອງ​ຍີ່ປຸ່ນ, ​ໃນ​ນັ້ນ​ມີ​ບັນດາ​ກຸ່ມ​ບໍລິສັດ​ໄດ້ ​ແລະ ພວມ​ລົງທຶນ​ດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ສົນທະນາ, ທ່ານ​ນາຍົກລັດ​ຖະມົນຕີ ຫງວຽນ​ເຕີ​ນຢຸງ ​ເນັ້ນ​ໜັກ​ວ່າ.

      “​ເຖິງ​ວ່າ​ໃນ​ໄລຍະ​ປະຈຸ​ບັນ, ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ ຍັງ​ມີ​ການຈຳ​ກັດ, ຫຍຸ້ງຍາກ​ກໍ່ຕາມ, ​ແຕ່​ພວກ​ຂ້າພະ​ເຈົ້າ​ພວມ​ຕັດສິນ​ໃຈ​ປະຕິບັດ​ບັນດາ​ມາດ​ຕະການ​ແກ້​ໄຂ​ຢ່າງ​ຄົບ​ຊຸດ, ​ໂດ​ຍສະ​ເພາະ​ແມ່ນ​ການ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານໃນ​ຂົງ​ເຂດ​ ​ພາ​ສີ​ອາກອນ, ປະກັນ​ໄພ​ສັງຄົ​ົມ, ອະນຸຍາດ​ໃຫ້ການ​ກໍ່ສ້າງ, ທີ່​ດິນ… ມີ​​ກົດ​ໝາຍ​ສຳຄັນຫຼາຍ​ສະບັບ​ໄດ້​ຮັບ​ການ​ປັບ​ປຸງ ​ແລະ ປະກາດ​ໃຊ້​ມີ​ຜົນ​ສັກສິດ​ແຕ່​ວັນ​ທີ 01/07/2015 ຄື: ກົດໝາຍ​ວ່າ​ດ​້ວຍການ​ລົງທຶນ, ກົດໝາຍ​ວ່າ​ດ້ວຍ​ວິ​ສາ​ຫະກິດ, ກົດໝາຍ​ວ່າ​​ດ້ວຍ​ເຄຫາ​ສະຖານ, ກົດໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ທຸລະ​ກິດ​​ອະສັງຫາລິມະ​ຊັບ. ລັດຖະບານ​ຫາ​ກໍ່​ປະກາດ​ໃຊ້​ດຳລັດ​ກ່ຽວ​ກັບ​ການ​ລົງທຶນ​ຄູ່​ຮ່ວມ​ມື​ພາກ​ລັດ - ​ເອກະ​ຊົນ ​ແລະ ພວມ​ສ້າງ​ກົດໝາຍ​ວ່າ​ດ້ວຍ​ການ​ໜູນ​ຊ່ວຍ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ, ດຳລັດ​ກ່ຽວ​ກັບ​ອຸດສາຫະກຳ​ສຳຮອງ. ນັ້ນ​ແມ່ນ​ບັນດາ​ຄຳ​ໝັ້ນ​ສັນຍາ​ຢ່າງ​ແຮງຂອງ​ຫວຽດນາມ ​ເພື່ອ​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ດຳ​ເນີນ​ທຸ​ລະ​ກິດ​​ໃຫ້​ນັບ​ມື້​ນັບ​ເໝາະສົມ​ກັບ​ມາດຕະຖານ​ສາກົນ ​ແລະ ບັນດາ​ຄຳ​ໝັ້ນສັນຍາ​ການ​ຄ້າ​ເສລີ”.

      ຕີ​ລາຄາ​ສູງ​ທັດສະນະ ​ແລະ ຄວາມ​ຕັດສິນ​ໃຈ​ຂອງ​ລັດຖະບານ​ຫວຽດນາມ, ​ໃນ​ຄວາມ​ມານະ​ພະຍາຍາມ​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ, ມີ​ບໍລິສັດ​​ໃຫຍ່, ບໍລິສັດອັນ​ດັບ​ໜຶ່ງ​ຂອງ​ຍີ່ປຸ່ນ ຫຼາຍ​ແຫ່ງ ຢືນຢັນ​ກາລະ​ໂອກາດ ​ແລະ ປາດ​ຖະໜາ​ຢາກ​ເພີ່ມ​ທະວີ, ​ເປີດ​ກວ້າງ​ການ​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ.

      ​ແລະ​ກໍ​ໃນ​ເຊົ້າ​ວັນ​ທີ 03/07, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​​ເຕີນ​ຢຸງ ​ໄດ້​ຕ້ອນຮັບ​ທ່ານ Kuroiwa Yuji, ຜູ້​ວ່າການ​ແຂວງ Kanagawa, ​ເຊິ່ງ​ແມ່ນ​ທ້ອງ​ຖິ່ນ​​ມີ​ວິ​ສາ​ຫະກິດ​ຫຼາຍ​​ແຫ່ງ​ທີ່ສົນ​​ໃຈ​ລົງທຶນ​ເຂົ້າ​ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢ​ຸງ ສະ​ເໜີ​ໃຫ້ທ່ານ Kuroiwa Yuji ​ແບ່ງ​ປັນ​ບົດ​ຮຽນ ​ແລະ ໜູນ​ຊ່ວຍ​ຫວຽດນາມ ​ໃນ​ຂົງ​ເຂດ​ກະສິກຳ, ສາທາລະນະ​ສຸກ, ​ເຕັກ​ໂນ​ໂລ​ຊີ​ຊີວະ​ຊາດ… ກໍ​ຄື​ສືບ​ຕໍ່ຮັບ​ນັກ​ສຶກສາຫວຽດນາມ ມາ​ຮໍ່າຮຽນ​ຢູ່ Kanagawa.

ຂ່າວ/ບົດ​ອື່ນ