ນາຍົກລັດຖະມົນຕີຫງວຽນເຕີນຢຸງເຂົ້າຮ່ວມCOP21ຢູ່ຝລັ່ງ,ຢ້ຽມຢາມ,ເຮັດວຽກຢູ່ແບນຊິກແລະEU

ນາຍົກລັດຖະມົນຕີຫງວຽນເຕີນຢຸງເຂົ້າຮ່ວມCOP21ຢູ່ຝລັ່ງ,ຢ້ຽມຢາມ,ເຮັດວຽກຢູ່ແບນຊິກແລະEU - ảnh 1
(ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢຸງ)

(vovworld) - ໂດຍ​ໄດ້​ຮັບ​ຄຳ​ເຊີ​ນ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ສ.​ຝ​ລັ່ງ Francois Hollande, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາ​ຊະ​ອາ​ລາ​ຈັກ​ແບນ​ຊິກ Charles Michel ແລະ ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ເອີ​ລົບ (EC) Jean claude Junker. ວັນ​ທີ 29/11, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢຸງ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດ​ນາມ ເດີນ​ທາງ​ອອກ​ຈາກ​ຮ່າ​ໂນ້ຍ ເຂົ້າ​ຮ່ວມກອງ​ປະ​ຊຸມຄັ້ງ​ທີ 21 ສົນ​ທິສັນ​ຍາ​ແມ່​ຂອງ​​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຄັ້ງ​ທີ 21 (COP 21) ຢູ່​ປາ​ຣີ, ປະ​ເທດ​ຝ​ລັ່ງ ແຕ່​ວັນ​ທີ 30/11 – 02/12. ຄະ​ນະ​ຜູ​້​ແທນ​ຫວຽດ​ນາມ ໂດຍ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢຸງ ນຳ​ໜ້າ ເຂົ້າ​ຮ່ວມ COP 21 ແມ່ນ​ເພື່ອ​ແນ​ໃສ່​ຢັ້ງ​ຢືນ​ຄຳ​ໝັ້ນ​ສັນ​ຍາ​ຢ່າງ​ແຮງ​ຂອງ​ຫວຽດ​ນາມ ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ພ້ອມ​ກັບ​ປະ​ຊາ​ຄົມ​ໂລກ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ພ້ອມ​ທັງ​ຊຸກ​ຍູ້ ແລະ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ, ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ໃນ​ວຽກ​ງານ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຢູ່​ຫວຽດ​ນາມ. ການ​ຢ້ຽມ​ຢາມ ແລະ ເຮັດ​ວ​ຽກ​ຢູ່​ລາ​ຊະ​ອາ​ນາ​ຈັກ​ແບນ​ຊິກ ແລະ ສະ​ຫະ​ພາ​ບ​ເອີ​ລົບ ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢຸງ ແມ່ນ​ເພື່ອ​ແນ​ໃສ່​ແລກ​ປ່ຽນ​ບັນ​ດາ​ມາດ​ຕະ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​​ຕ່າງໆ​ທີ່​ໃຫ້​ບຸ​ລິ​ມະ​ສິດ, ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ.

ຂ່າວ/ບົດ​ອື່ນ