ນາຍົກລັດຖະມົນຕີຫງວຽນເຕີນຢູ້ງເຂົ້າຮ່ວມກອງປະຊຸມວິສາຫະກິດເຢຍລະມັນເຂດອາຊີ-ປາຊີຟິກ

ນາຍົກລັດຖະມົນຕີຫງວຽນເຕີນຢູ້ງເຂົ້າຮ່ວມກອງປະຊຸມວິສາຫະກິດເຢຍລະມັນເຂດອາຊີ-ປາຊີຟິກ - ảnh 1
ທ່ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ​ກ່າວ​ຄຳ​ເຫັນ​ທີ່​ວາ​ລະ​ໄຂ
(ພາບ: VGP/Nhật Bắc)

(vovworld) – ຕອນ​ເຊົ້າ​ວັນ​ທີ 21/11, ຢູ່​ນະ​ຄອນ​ໂຮ່​ຈີ​ມິນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ວິ​ສາ​ຫະ​ກິດ ເຢຍ​ລະ​ມັນ ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ (APK). ນີ້​ແມ່ນກ​ານ​ພົ​ບ​ປະ​ສຳ​ຄັນ​ທີ່​ສຸດ​ຂອງ​ເຄືອ​ຂ່າຍ​ບັນ​ດາ​ບໍ​ລິ​ສັດ ເຢຍ​ລະ​ມັນ ເພື່ອ​ຈຸດ​ປະ​ສົງ​ພົວ​ພັນ​ແລກ​ປ່ຽນ ແລະ ສົ່ງ​ເສີມ​ການ​ຄ້າ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ, ນັກ​ຊ່ຽວ​ຊານເສດ​ຖະ​ກິດ ແລະ ການ​ເມືອງ​ໃນ​ພາກ​ພື້ນ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງເຈົ້າ​ໜ້າ​ທີ່​ອັນ​ດັບ​ໜຶ່ງ​ຂອງ ເຢຍ​ລະ​ມັນ ​ຫຼາຍ​ທ່ານ ແລະ ເກືອບ 700 ວິ​ສາ​ຫະ​ກິດ​ອັນ​ດັບ​ໜຶ່ງ​ຂອງ ເຢຍ​ລະ​ມັນ, ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ.

        ທີ່​ວາ​ລະ​ໄຂ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ຢືນ​ຢັນ​ວ່າ​ການ​ເລືອກ​ເຟັ້ນ ຫວຽດ​ນາມ ແມ່ນ​ບ່ອນ​ຈັດ​ຕັ້ງ​ກອງ​ປະ​ຊຸມ APK ຄັ້ງ​ທີ 14 ສະ​ແດງ​ໃຫ້​ເຫັນ​ຄວາມ​ເຊື່ອ​ໝັ້ນ​ຂອງ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ເຢຍ​ລະ​ມັນ​ ແລະ ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ ​ທີ່​ມີ​ຕໍ່​ທ່າ​ອ່ຽງ ແລະ ແງ່​ຫວັງ​ການ​ພັດ​ທະ​ນາ​ຂອງ ຫວຽດ​ນາມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້​ນ​ໜັກ​ວ່າ: ດ້ວຍ​ຄວາ​ມ​ມາ​ນະ​ພະ​ຍາ​ຍາມ​​ປະ​ຕິ​ຮູບ​ພາຍ​ໃນ​ປະ​ເທດ ແລະ ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລ​ີ​ມີ​ມາດ​ຖານ​ສູງ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສະ​ພາບ​ແວດ​ລ້ອມ​ກົດ​ໝາຍ, ດຳ​ເນີນ​ທຸ​ລະ​ກິດ​ຂອງ ຫວຽດ​ນາມ ຈະ​ນັບ​ມື້​ນັບ​ສົມ​ບູນ​ແບບ, ສະ​ດວກ ແລະ ມີ​ລັກ​ສະ​ນະ​ແກ່ງ​ແຍ້ງ​ກ່​ວາ.

        ກໍ່​ຢູ່​ວາ​ລະ​ໄຂ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວ​ງ​ເສດ​ຖະ​ກິດ ແລະ ພະ​ລັງ​ງານ ສ. ສະ​ຫະ​ພັນ ເຢຍ​ລະ​ມັນ Sigmar Gabriel ຢືນຢ​ັນ: ຍາມ​ໃດ ເຢຍ​ລະ​ມັນ​ກໍ່​ຊົມ​ເຊີຍ ແລະ ຈະ​ສ້າງ​ທຸກ​ເງື່ອນ​ໄຂ​ອຳ​ນວຍ​ຄວາມ​ສະ​ດວກ ໃນ​ນັ້ນ​ມີ​ການ​ສ້າງ​ສະ​ພາບ​ແວດ​ລ້ອມ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ນັບ​ມື້​ນັບ​ເອື້ອ​ອຳ​ນວຍ​ຄວາມ​ສະ​ດວກ​ກ່​ວາ​ອີກ​​ເພື່ອໃຫ້​ ​ບັນ​ດາ​ວິ​ສາ​ຫະ​ກິດ​ໃນ​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ ມາ​ສົ່ງ​ເສີ​ມ​ດ້ານ​ການ​ຄ້າ, ຊຸກ​ຍູ້​ການ​​ຮ່ວມ​ມືລົງ​ທຶນ​ຢູ່ ເຢຍ​ລະ​ມ​ັນ, ​ທ່ານກໍ່ເຊື່ອ​ໝັ້ນ​ວ່າ ກອງ​ປະ​ຊຸມ​ຈະ​ເປີດ​ກາ​ລະ​ໂອ​ກາດ​ຮ່ວມ​ມື​ໃໝ່​ລະ​ຫວ່າງ ເຢຍ​ລະ​ມັນ ແລະ ບັນ​ດາ​ປະ​ເທດ​ໃນ​ພາ​ກ​ພື້ນ ອາ​ຊີ - ປາ​ຊີ​ຟິກ.

 


ຂ່າວ/ບົດ​ອື່ນ