ນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງໄປອາເມລິກາເຂົ້າຮ່ວມກອງປະຊຸມຂັ້ນສູງພິເສດອາຊຽນ-ອາເມລິກາ

ນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງໄປອາເມລິກາເຂົ້າຮ່ວມກອງປະຊຸມຂັ້ນສູງພິເສດອາຊຽນ-ອາເມລິກາ - ảnh 1
(ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ໋ນຢຸງ)

(vovworld) - ​ ​ ຕອນ​ເຂົ້າ​ວັນ​ທີ 15/02 ຕາ​ມເວລາ ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ໋ນຢຸງ ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ລັດຖະບານ ຫວຽດນາມ ​ເດີນທາງ​ໄປຮອດ​ສະໜາມ​ບິນ​ສາກົນ Palm Spring ລັດ California, ອາ​ເມ​ລິ​ກາ ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ​ພິ​ເສດ ອາ​ຊຽນ - ອາ​ເມ​ລິ​ກາ ທີ່ຈັດ​ຕັ້ງຢູ່ Sunnylands ລັດ California​ ​ໃນ​ລະຫວ່າງ​ວັນ​ທີ 15 – 16/02 ຕາມ​ເວລາ​ທ້ອງ​ຖິ່ນ. ທີ່​ພິທີ​ຕ້ອນຮັບ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ຢູ່​ສະໜາມ​ບິນ​ສາກົນ Palm Spring ມີ​ຜູ້​ຕາງໜ້າ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ, ທ່ານ ຟ້າ​ມກວາງ​ວີ​ງ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ອາ​ເມ​ລິ​ກາ, ທ່ານ ກາວ​ຫວູມາຍ ຮອງ​ຫົວໜ້າ​ສະຖານກົງ​ສູນ​ໃຫຍ່ ຫວຽດນາມ ປະຈຳ San Francisco. ກອງ​ປະຊຸມ​ຂັ້ນ​ສູງ​ພິ​ເສດ ອາ​ຊຽນ - ອາ​ເມ​ລິ​ກາ ຈະ​ເລີ່​ມຕົ້ນ​ດຳ​ເນີນ​ໃນ​ວັນ​ທີ 16/02 ຕາມ​ເວລາ​ທ້ອງ​ຖິ່ນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ພ້ອມ​ກັບ​ປະທານາທິບໍດີ ອາ​ເມ​ລິ​ກາ ​ແລະ ບັນດາການ​ນຳ ອາ​ຊຽນ ຈະ​ເຂົ້າ​ຮ່ວມ​ວາລະ​ປຶກສາ​ຫາລື​ກ່ຽວ​ກັບ​ເສດຖະກິດ - ການ​ຄ້າ ​ແລະ ວາລະ​ປະຊຸມກ່ຽວ​ກັບ​ປົກ​ປັກ​ສັກ​ສາ​ສັນຕິພາບ, ວັດທະ​ນາ​ຖາ​ວອນ ​ແລະ ຄວາມໝັ້ນຄົງ​ຢູ່​ພາກ​ພື້ນ​ ອາຊີ - ປາຊີ​ຟິກ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ຈະ​ມີ​ບັນດາ​ການ​ພົບ​ປະ​ 2 ຝ່າຍ​ກັບ​ການ​ນຳ​ບາງ​ປະ​ເທດ​ຢູ່​ນອກ​ກອງ​ປະຊຸມ​ຄັ້ງ​ນີ້.

ຂ່າວ/ບົດ​ອື່ນ