ນາຍົກລັດຖະມົນຕີຫວຽດນາມພົບປະກັນປະທານສະພາແຫ່ງຊາດມົງໂກນແລະເຂົ້າຮ່ວມເວທີປາໄສວິສາຫະກິດຫວຽດນາມ-ມົງໂກນ

ນາຍົກລັດຖະມົນຕີຫວຽດນາມພົບປະກັນປະທານສະພາແຫ່ງຊາດມົງໂກນແລະເຂົ້າຮ່ວມເວທີປາໄສວິສາຫະກິດຫວຽດນາມ-ມົງໂກນ - ảnh 1
(ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ
​ພົບ​ປະ​ກັບ​ປະ​ທານ​ສະພາ​ແຫ່ງ​ຊາດ​ມົງ​ໂກນ)

(vovworld) - ​​ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ມົງ​ໂກນ​ຢ່າງ​ເປັນ​ທາງ​ການ, ຕອ​ນ​ເຊົ້າ​ວັນ​ທີ 14/07, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ປະ​ທານ​ສະພາ​ແຫ່ງ​ຊາດ​ມົງ​ໂກນ Miyegombyn Enkhbold. ທີ່​ການ​ພົບ​ປະ, 2 ຝ່າຍ​ໄດ້​ຢືນ​ຢັນ​ຄຳ​ໝັ້ນ​ສັນ​ຍາ​ເພີ່ມ​ທະ​ວີ​ການ​ຮ່ວ​ມມື​ລະ​ຫ​ວ່າງ 2 ປະ​ເທດ​ໃນ​ບັນ​ດາ​ບັນ​ຫາ 2 ຝ່າຍ ແລະ ຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ສາ​ກົນ, ຊຸກ​ຍູ້​ການ​ແລກ​ປ່ຽນ​ບົດ​ຮຽນ​ໃນ​ຂົງ​ເຂດ​ສ້າງ​ກົດ​ໝາຍ ແລະ ​ການຕິດ​ຕາມກວດ​ກາ; ເຫັນ​ດີ​ເປັນ​ເອ​ກ​ກະ​ພາບ​​ຕໍ່ທັດ​ສະ​ນະ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ພາກ​ພື້ນ ແລະ ສາ​ກົນ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. 2 ຝ່າຍກໍ່​ຖື​ວ່າ​ຕ້ອງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ຮັກ​ສາ​ ບັນ​ດາ​​ການຢ້ຽມ​ຢາມ, ການ​ພົບ​ປະ​ທຸກ​ຂັ້ນ​ລະ​ຫວ່າງ​ການ​ນຳ​ສະ​ພາ​ແຫ່ງ​ຊາດ​ເປັນ​ປະ​ຈຳ… ສ່ວນ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ມົງ​ໂກນ Miyegombyn Enkhbold ເນັ້ນ​ໜັກ​ວ່າ, ມົງ​ໂກນ ຖື​ຫວຽດ​ນາມ ແມ່​ນ​ຄູ່​ຮ່ວມ​ມື​ຕົ້ນ​ຕໍ່​ໃນ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ຢືນຢ​ັນ​ວ່າ ຈະ​ສືບ​ຕໍ່​ນະ​ໂຍ​ບາຍ​ການ​​​ຕ່າງ​ປະ​ເທດ​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ກັບ​ຫວຽດ​ນາມ ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ນາຍົກລັດຖະມົນຕີຫວຽດນາມພົບປະກັນປະທານສະພາແຫ່ງຊາດມົງໂກນແລະເຂົ້າຮ່ວມເວທີປາໄສວິສາຫະກິດຫວຽດນາມ-ມົງໂກນ - ảnh 2
(ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟ​ຸກ
ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສວິ​ສາ​ຫະ​ກິດ​ຫວຽດ​ນາມ - ມົງ​ໂກນ)

     ແລະ​ກ​ໍ​ໃນ​ຕອນ​ເຊົ້າ​ວັນ​ດຽ​ວ​ກັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟ​ຸກ ແລະ ​ຄະ​ນະ​ຜ​ູ້​ແທນ​ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສວິ​ສາ​ຫະ​ກິດ​ຫວຽດ​ນາມ - ມົງ​ໂກນ. ກ່າວ​ຄຳ​ເຫັນ​ຢູ່​ທີ່ນີ້, ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຫງວຽນ​ຊວນ​ຟ​ຸກ ຊີ້​ແຈ້ງວ່າ, ປະ​ຈຸ​ບັນ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ​​ຍັງ​ບໍ່​ທັນ​ເໝາະ​ສົມກັບ​ຄວາ​ມ​ສາ​ມາດ​ບົມ​ຊ້ອນ​ຂອງ​ແຕ່​ລະ​ປະ​ເທດ, ສະ​ນັ້ນ, ​ກ່ຽວ​ກັບ​ຝ່າຍຫວຽດ​ນາມ, ລັດ​ຖະ​ບານ​ຈະ​ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ, ການ​ຄ້າ, ການ​ທ່ອງ​ທ່ຽວ​ຂອງ​ມົງ​ໂກນ ມາ​ລົງ​ທຶນ​ຢູ່​ຫວຽດ​ນາມ. ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຊີ້​ແຈ້ງວ່າ.

        “ຫວຽດ​ນາມ ມີ​​ສິນ​ຄ້າທີ່​ມີ​ຊື່​ສຽງ​ຫຼາຍ​ປະ​ເພດ ທີ່​ສາ​ມາດ​ສົ່ງ​ໄປ​ຍັງ​ມົງ​ໂກນ ​ໄດ້ຄື: ຜະ​ລິດ​ຕະ​ພັນ​ກະ​ເສດ, ​ສະ​ບຽງ​ຫານ, ສິນ​ໃນ​ນ້ຳ​, ໂທ​ລະ​ສັບ​ມື​ຖື, ພິ​ເສດ​ແມ່ນ​ຜັກ, ໝາກ​ໄມ້… ແລະ ສ​ິນ​ຄ້າ​ຫຼາຍ​ປະ​ເພດ​ອື່ນ. ກົງ​ກັນ​ຂ້າມ, ຫວຽດ​ນາມ ກໍ​ປາດ​ຖະ​ໜາຢາກ​ລົງ​ທຶນ​ເຂົ້າ​ມົງ​ໂກນ ໃນ​ຂົງ​ເຂດ​ຂຸດ​ຄົ້ນ​ຊັບພະຍາກອນໂລຫະ, ເຕັກ​ໂນ​ໂລ​ຊີ, ການ​ທ່ອງ​ທ່ຽວ ແລະ ບາງ​ຂົງ​ເຂດອ​ື່ນ​ໆ. ຫວຽດ​ນາມ ແລະ ມົງ​ໂກນ ມ​ີ​ຄວາມ​ສາ​ມາດ​ບົມ​ຊ້​ອນ​ຫຼາຍ​ຢ່າງ​ອື່ນ​ອີກ​ຄື ບັນ​ດາສະ​ບຽງ​ອາ​ຫານ​ທີ່​ມີ​ຄຸນ​ນະ​ພາບ​ສູງ, ຜ​ະ​ລິດ​ຕະ​ພັນຊັບພະຍາກອນໂລຫະ”.

ຂ່າວ/ບົດ​ອື່ນ