ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສຳມະນາກ່ຽວກັບການປົກປັກຮັກສາສັນຕິພາບຢູ່ອາຊີ-ປາຊີຟິກ

ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສຳມະນາກ່ຽວກັບການປົກປັກຮັກສາສັນຕິພາບຢູ່ອາຊີ-ປາຊີຟິກ - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ
(ພາບ: VGP)

(vovworld) - ​ໂດຍສືບ​ຕໍ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ​ພິ​ເສດ ອາ​ຊຽນ - ອາ​ເມ​ລິ​ກາ ​ຢູ່ Sunnylands, ລັດ California, ອາ​ເມ​ລິ​ກາ, ວັນ​ທີ 16/2, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ພ້ອມ​ກັບ​ປະທານາທິບໍດີ Barack Obama ​ແລະ ບັນດາ​ການ​ນຳ​ອາ​ຊຽນ ​ໄດ້​ເຂົ້າ​ຮ່ວມກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ຫົວ​ຂໍ້​ປົກ​ປັກ​ຮັກສາ​ສັນຕິພາບ, ຄວາມ​ວັດທະນາ​ຖາວອນ ​ແລະ ຄວາມ​ປອດ​ໄພ​ຢູ່​ອາຊີ ປາຊີ​ຟິກ. ກ່ອນ​ໜ້າ​ນັ້ນ, ບັນດາ​ການ​ນຳ​ອາ​ຊຽນ ​ແລະ ອາ​ເມ​ລິ​ກາ ​ໄດ້​ເຮັດ​ວຽກ ​ແລະ ປຶກສາ​ຫາລື​ກ່ຽວ​ກັບ​ຫົວ​ຂໍ້​ສະພາບ​ຍຸດ​ທະ​ສາດ​ຢູ່​ໃນ​ພາກ​ພື້ນ.

        ບັນດາ​ການ​ນຳ​ອາ​ຊຽນ ​ແລະ ອາ​ເມ​ລິ​ກາ ​ເຫັນ​ດີ​ຮັບຮອງ​ເອົາ​ຖະ​ແຫຼ​ງການ​ຮ່ວມ, ​ໃນ​ນັ້ນ​ຢືນຢັນ​ບັນດາ​ຫຼັກການ​ທີ່​ມີ​ລັກສະນະ​ກຳນົດ​ທິດ​ໃຫ້​ແກ່​ການ​ພົວພັນ​ອາ​ຊຽນ - ອາ​ເມ​ລິ​ກາ ​ໃນ​ໄລຍະ​ຈະ​ມາ​ເຖິງ. ຖະ​ແຫຼ​ງການ​ຮ່ວມ​ເນັ້ນ​ໜັກ​ວ່າ, ອາ​ຊຽນ - ອາ​ເມ​ລິ​ກາຈະ​ສືບ​ຕໍ່​ຍົກ​ສູງ​ຫຼັກການ​ພື້ນຖານ​ຂອງ​ກົດໝາຍ​ສາກົນ, ກົດ​ບັດ​ສະຫະ​ປະຊາ​ຊາດ (ສປຊ) ​ແລະ ກົດ​ບັດ​ອາ​ຊຽນ, ສະໜັບສະໜູນ​ການ​ສ້າງ​ຄວາມ​ເປັນລະບຽບ​ຮຽບຮ້ອຍ​ຢູ່​ພາກ​ພື້ນ ​ແລະ ສາກົນ​, ໂດຍ​ອີງ​ຕາມ​ກົດໝາຍ, ຄຳ​ໝັ້ນ​ສັນຍາ​ແກ້​ໄຂ​ບັນດາ​ການ​ຂັດ​ແຍ້​ງກັນ​ດ້ວຍ​ສັນຕິ​ວິທີ, ​ເໝາະ​ສົມ​ກັບ​ບັນດາ​ຫຼັກການ​ທີ່​ໄດ້​ຮັບ​ການ​ຮັບ​ຮູ້​ຢ່າງ​ກວ້າງຂວາງ​ຂອງ​ກົດໝາຍ​ສາກົນ, ​ເຊິ່ງລວມມີ​ສົນທິສັນຍາ​ຂອງ ສປຊ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982.

        ປະທານາທິບໍດີ Obama ຢືນຢັນ​ວ່າ, ອາ​ເມ​ລິ​ກາ​ ຖື​ເປັນ​ສຳຄັນ​ການ​ພົວພັນ​ຮ່ວມ​ມື​ກັບ​ ອາ​ຊຽນ ກໍ່​ຄື​ແຕ່ລະ​ປະ​ເທດ​ພາຄີ, ສະໜັບສະໜູນ​ບົດບາດ​​ໃຈ​ກາງຂອງ​ ອາ​ຊຽນ​ໃນ​ໂຄງ​ປະກອບ​ພາກ​ພື້ນ. ບັນດາ​ປະ​ເທດ​ ອາ​ຊຽນຕີ​ລາຄາ​ສູງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ​ ອາ​ເມ​ລິ​ກາ, ປາຖະໜາ​ຢາກ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ​ໃນ​ຫຼາຍ​ດ້ານ, ສະ​ແຫວ​ງ ຫາ​ການ​ໜູນ​ຊ່ວຍ​ຂອງ​ ອາ​ເມ​ລິ​ກາ, ​ເພື່ອ​ກໍ່ສ້າງ​ບັນດາ​ພື້ນຖານ​ເສດຖະກິດ​ທີ່​ມີ​ຄວາມຂະຫຍັນຂັນ​ເຂື່ອນ, ​ເປີດ​ເຜີຍ, ​ແກ່ງ​ແຍ້​ງ ​ແລະ ຮ່ວມ​ສຳພັນ​ຢ່າງ​ແໜ້ນ​ແຟ້ນນຳ​ກັນ.

        ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ ວາ​ລະ​ຕ່າງໆ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ແບ່ງປັນ​ຄວາມ​ວິຕົກ​ກັງວົນ​ຢ່າງ​ເລິກ​ເຊິ່ງ ກ່ຽວ​ກັບ​ການ​ຜັນ​​ແປ​ຢ່າງ​ສັບສົນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຫວ່າງ​ແລ້ວ​ນີ້, ພິ​ເສດ​ແມ່ນ​ບັນດາ​ການ​ກະທຳ​ ປ່ຽນ​ແປງ​​ສະພາບ​ເດີມ, ​ການເພີ່​ມທະວີ​ດ້ານ​ການ​ທະຫານ, ການນາບ​ຂູ່​ເຖິງ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ສະຫງົບ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ, ການ​ບີນຢູ່​ພາກ​ພື້ນ. ທ່ານ​ນາຍົກລັດຖະມົນຕີ​ເນັ້ນ​ໜັກ​ວ່າ, ບັນດາ​ປະ​ເທດ​ຄວນ​ບຸລິ​ມາ​ສິດ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານຍຸດ​ທະ​ສາດ, ​ເພີ່ມ​ທະວີ​ການ​ເຈລະຈາ ​ແລະ ການ​ຮ່ວມ​ມື, ຍົກ​ສູງ​ເລື່ອງ​ປະຕິບັດ​ກົດໝາຍ​ສາກົນ. ​​ເມື່ອເນັ້ນ​ໜັກ​​ເຖິງຄວາມ​ໝາຍ​ຂອງ​ຍຸດ​ທະ​ສາດ ອາ​ຊຽນ - ອາ​ເມ​ລິ​ກາ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ຊົມ​ເຊີຍ​ການ​ສະໜັບສະໜູນ​ຢ່າງ​ຕັ້ງໜ້າ ​ແລະ ມີ​ລັກສະນະສ້າງສັນ​ຂອງ ອາ​ເມ​ລິ​ກາ ​ແລະ ບັນດາ​ຄູ່​ຮ່ວມ​ມື​ເວົ້າ​ລວມສຳລັບ​ຫຼັກການ​ຂອງ​ ອາ​ຊຽນ​ໃນ​ການ​ແກ້​ໄຂ​ບັນດາ​ບັນຫາ​ຄວາມ​ປອດ​ໄພ​ຢູ່​ພາກ​ພື້ນ, ​ໃນ​ນັ້ນ​ມີ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ພ້ອມ​ທັງ​ສະ​ແດງ​ຄວາມ​ຫວັງ​ວ່າ, ສອງ​ຝ່າຍ​ຈະ​ສົມທົບ​ກັນ​ຜັນ​ຂະຫຍາຍ​ແຜນການ​ດຳ​ເນີນ​ງານ ອາ​ຊຽນ - ອາ​ເມ​ລິ​ກາ ​ໄລຍະ 2016-2020 ຢ່າງ​ມີ​ປະສິດທິ​ຜົນ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ ອາ​ຊຽນ - ອາ​ເມ​ລິ​ກາ ​ໃຫ້​ພັດທະນາ​ຢ່າງ​ແຮງ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ