ນາຍົກລັດຖະມົນຕີເປັນປະທານກອງປະຊຸມຄະນະຊີ້ນຳແຫ່ງຊາດກ່ຽວກັບການກໍ່ສ້າງບັນດາເຂດເສດຖະກິດພິເສດ

(VOVWORLD) - ຕອນເຊົ້າວັນທີ 18 ເມສາ, ທີ່ສຳນັກງານລັດຖະບານ ຫວຽດນາມ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການກໍ່ສ້າງບັນດາຫົວໜ່ວຍບໍລິຫານ - ເສດຖະກິດພິເສດ ຫຼືເອີ້ນວ່າ ເຂດເສດຖະກິດພິເສດ ໄດ້ໂຮມປະຊຸມຄັ້ງທຳອິດພາຍຫລັງໄດ້ຮັບການສ້າງຕັ້ງຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີເມື່ອເດືອນ ມັງກອນ ປີ 2018.
ນາຍົກລັດຖະມົນຕີເປັນປະທານກອງປະຊຸມຄະນະຊີ້ນຳແຫ່ງຊາດກ່ຽວກັບການກໍ່ສ້າງບັນດາເຂດເສດຖະກິດພິເສດ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ຫົວໜ້າຄະນະຊີ້ນຳເປັນປະທານກອງປະຊຸມ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ຫົວໜ້າຄະນະຊີ້ນຳເປັນປະທານກອງປະຊຸມ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ປຶກສາຫາລືກ່ຽວກັບບັນດາເນື້ອໃນ ຊຶ່ງຄະນະປະຈຳສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດມີຄວາມສົນໃຈທີ່ສຸດ. ທ່ານນາຍົກລັດຖະມົນຕີກໍ່ຮຽກຮ້ອງບັນດາທ້ອງຖິ່ນລາຍງານກ່ຽວກັບສະພາບການສ້າງແຜນຮ່າງ, ເປັນຕົ້ນ ແມ່ນສະພາບການຊື້-ຂາຍ, ບຽດຢຶດທີ່ດິນ ແລະ ການກໍ່ສ້າງຢ່າງຜິດກົດໝາຍ.

        ບັນດາຜູ້ແທນກໍ່ປຶກສາຫາລືກ່ຽວກັບເນື້ອໃນສຳຄັນແມ່ນກົນໄກນະໂຍບາຍບຸລິມະ ສິດ, ສະດວກໃຫ້ບັນດາເຂດເສດຖະກິດພິເສດ ເວີນດົນ, ບັກເວີນຟອງ, ຟູ໋ກວກ. ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມລ້ວນແຕ່ສະໜັບສະໜູນວິທີການສ້າງເງື່ອນໄຂທີ່ດີທີ່ສຸດໃຫ້ແກ່ບັນດານັກລົງທຶນດຳເນີນທຸລະກິດຢູ່ໃນເຂດເສດຖະກິດພິເສດ, ມີບັນດາກົນໄກສະເພາະເພື່ອໃຫ້ເຂດເສດຖະກິດພິເສດກາຍເປັນຫົວໜ່ວຍບໍລິຫານ - ເສດຖະກິດພິເສດຢ່າງແທ້ຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ