ນາຍົກລັດຖະມົນຕີໄທ ຢ້ຽມຢາມມາເລເຊຍ

ນາຍົກລັດຖະມົນຕີໄທ ຢ້ຽມຢາມມາເລເຊຍ - ảnh 1
ທ່ານ​ນາຍົກລັດຖະມົນຕີ​ໄທ ປຣຸດ ຈັນ​ໂອ​ຈາ
(ພາບ: TTXVN)


(vovworld) – ​ ວັນ​ທີ 01/12, ທ່ານ​ນາຍົກລັດຖະມົນຕີ​ໄທ ປຣຸດ ຈັນ​ໂອ​ຈາ ​ໄດ້​ໄປ​ຢ້ຽມຢາມ​ມາ​ເລ​ເຊຍ,  ຄາດ​ວ່າຈະ​ແລກປ່ຽນ​ກ່ຽວ​ກັບ​ວິວັດ​ທະນາການ​ເຈລະຈາ​ສັນຕິພາບ​ຢູ່​​ເຂດ​ພາກ​ໃຕ້​ຂອງໄທ, ລຽບຕາມ​ເສັ້ນ​ຊາຍ​ແດນ​ລວມຂອງ 2 ປະ​ເທດ. ນີ​້ແມ່ນ​ການ​ໄປ​ຢ້ຽມຢາມ​ເປັນ​ຄັ້ງ​ທຳ​ອິດ​ຂອງ​ທ່ານ ປຣຸດ ຈັນ​ໂອ​ຈາ ​ເຖິງ​ປະ​ເທດ​ບ້ານ​ໃກ້​ເຮືອນຄຽງ​ມາ​ເລ​ເຊຍ ນັບ​ແຕ່​ທ່ານ​ຂຶ້ນກຳ​ອຳນາດ​​ເປັນຜູ້​ນຳ​ໄທ, ພາຍຫຼັງ​ການກໍ່​ລັດຖະປະຫານ​ເມື່ອ​ເດືອນ 05 ຜ່ານ​ມາ. ​ໄທ ຢາກ​ເລີ່​ມ​ດຳ​ເນີນ​ບັນດາ​ການ​ເຈລະຈາ​ສັນຕິພາບ ກັບກຳລັງ​ລູກ​ຮື້​ຂຶ້ນ​ຊາວ​ມຸດ​ສລິ​ມ, ​ໃນ​ນັ້ນ​ມາ​ເລ​​ເຊຍ ສວມ​ບົດບາດ​​​ເປັນ​​ກາງ, ​ເຊິ່ງ​​ໄດ້​​ເລີ່​ມປະຕິບັດ​ພາຍ​ໃຕ້​ອຳນາດ​ການ​ປົກຄອງ​ຂອງ​ທ່ານ​ນາງ​ອະດີດ​ນາ​ຍົດ​ລັ​ດຖະມົນຕີ​ໄທ ຍິງຣັກ ຊິນ​ນະ​ວັດ. ບັນດາ​ການ​ເຈລະຈາ​ກ່ອນ​ນີ້​ບໍ່​ບັນລຸ​ຄວາມ​ຄືບ​ໜ້າ ​ແລະ ​ໄດ້​ປະລາ​ໄຊ​ໃນ​ປີ 2013.

ຂ່າວ/ບົດ​ອື່ນ